ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ປະ​ກາດ​ການ​ວາງ​ແຜນກຳ​ນົດ ແລະ ສົ່ງ​ເສີມ​ການ​ລົງ​ທຶນ​ຢູ່ ແຂວງ ຫ໋າຍ​ເຢືອງ

(VOVWORLD) - ຢູ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຖືວ່າ ແຂວງ ຫ໋າຍເຢືອງໄດ້ ເຕົ້າໂຮມຄວາມສາມາດບົ່ມຊ້ອນຫຼາຍຢ່າງທີ່ແຕກຕ່າງກັນ, ກາລະໂອກາດທີ່ພົ້ນເດັ່ນ, ທ່າໄດ້ປຽບໃນການແກ່ງແຍ້ງ ເພື່ອພັດທະນາເສດຖະກິດ - ສັງຄົມ ໂດຍໄວ ແລະ ຍືນຍົງ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ປະ​ກາດ​ການ​ວາງ​ແຜນກຳ​ນົດ ແລະ ສົ່ງ​ເສີມ​ການ​ລົງ​ທຶນ​ຢູ່ ແຂວງ ຫ໋າຍ​ເຢືອງ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ຕອນບ່າຍວັນທີ 10 ມັງກອນ, ຢູ່ນະຄອນ ຫ໋າຍເຢືອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມກອງປະຊຸມປະກາດການວາງແຜນກຳນົດ ແລະ ສົ່ງເສີມການລົງທຶນຢູ່ ແຂວງ ແລະ ມອບຂໍ້ຕົກລົງການວາງແຜນກຳນົດແຂວງ ໄລຍະ 2021 – 2030, ວິໄສທັດຮອດປີ 2050 ໃຫ້ແກ່ການນຳແຂວງ ຫ໋າຍເຢືອງ.

ຢູ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຖືວ່າ ແຂວງ ຫ໋າຍເຢືອງໄດ້ ເຕົ້າໂຮມຄວາມສາມາດບົ່ມຊ້ອນຫຼາຍຢ່າງທີ່ແຕກຕ່າງກັນ, ກາລະໂອກາດທີ່ພົ້ນເດັ່ນ, ທ່າໄດ້ປຽບໃນການແກ່ງແຍ້ງ ເພື່ອພັດທະນາເສດຖະກິດ - ສັງຄົມ ໂດຍໄວ ແລະ ຍືນຍົງ, ແມ່ນສະຖານທີ່ລົງທຶນທີ່ດຶງດູດໃຈສຳລັບນັກລົງທຶນທັງຢູ່ພາຍໃນປະເທດ ແລະ ສາກົນ. ດັ່ງນັ້ນ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ຮອດປີ 2030 ຫ໋າຍເຢືອງ ຕ້ອງກາຍເປັນແຂວງອຸດສາຫະກຳທັນສະໄໝ ແລະ  ແມ່ນສູນອຸດສາຫະກຳທີ່ເປັນກຳລັງໜູນຂອງເຂດທົ່ງພຽງແມ່ນ້ຳແດງ. ວິໄສທັດຮອດປີ 2050, ແຂວງຫ໋າຍເຢືອງ ຕ້ອງບັນລຸມາດຖານແມ່ນນະຄອນຂຶ້ນກັບສູນກາງ, ນະຄອນທັນສະໄໝ, ສີຂຽວ, ອັດສະລິຍະ, ມີຄວາມໝັ້ນຄົງ, ປອດໄພ, ຍືນຍົງ, ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ, ເຕັມໄປດ້ວຍສີສັນວັດທະນະທຳ.

ຢູ່ກອງປະຊຸມ, ການນຳແຂວງ ຫ໋າຍເຢືອງ ໄດ້ສະເໜີກ່ຽວກັບຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບຂອງແຂວງ, ພ້ອມທັງແຈ້ງໃຫ້ຊາບກ່ຽວກັບບັນດາໂຄງການບຸລິມະສິດດຶງດູດເງິນລົງທຶນ ເຊິ່ງແຂວງພວມຜັນຂະຫຍາຍ.

ຕອບກັບ

ຂ່າວ/ບົດ​ອື່ນ