ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ປະ​ກາດ​ການ​ວາງ​ແຜນ​ຜັງ ແລະ ສົ່ງ​ເສີມ​ການ​ລົງ​ທຶນ​ແຂວງ ລ້າງ​ເຊີນ

(VOVWORLD) - ການວາງແຜນຜັງແຂວງ ລ້າງເຊີນ ໄດ້ສະແດງໃຫ້ເຫັນທັດສະນະ, ວິໄສທັດ, ເປົ້າໝາຍພັດທະນາຈຸດສຸມ, ກະໂດດຂັ້ນພັດທະນາ; ແຜນການພັດທະນາ, ມາດຕະການ, ນະໂຍບາຍບຸລິມະສິດ ແລະ ແຫຼ່ງກຳລັງປະຕິບັດແຜນຜັງໃນໄລຍະຈະມາເຖິງ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ປະ​ກາດ​ການ​ວາງ​ແຜນ​ຜັງ ແລະ ສົ່ງ​ເສີມ​ການ​ລົງ​ທຶນ​ແຂວງ ລ້າງ​ເຊີນ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ທີ່ກອງປະຊຸມ (ພາບ: VOV)

ຕອນບ່າຍວັນທີ 21 ເມສາ, ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມປະກາດແຜນຜັງ ແລະ ສົ່ງເສີມການລົງທຶນແຂວງ ລ້າງເຊີນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕີລາຄາວ່າ ການວາງແຜນຜັງແຂວງ ລ້າງເຊີນ ໄດ້ສະແດງໃຫ້ເຫັນທັດສະນະ, ວິໄສທັດ, ເປົ້າໝາຍພັດທະນາຈຸດສຸມ, ກະໂດດຂັ້ນພັດທະນາ; ແຜນການພັດທະນາ, ມາດຕະການ, ນະໂຍບາຍບຸລິມະສິດ ແລະ ແຫຼ່ງກຳລັງປະຕິບັດແຜນຜັງໃນໄລຍະຈະມາເຖິງ.

ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ ບັນດາໜ້າທີ່, ມາດຕະການລະອຽດ, ໃນນັ້ນ ໄດ້ເນັ້ນໜັກວ່າ ແຂວງ ລ້າງເຊີນ ຕ້ອງຮັບປະກັນປະຕິບັດແຜນຜັງຂອງແຂວງໃຫ້ຖືກຕ້ອງ ແລະ ຄົບຖ້ວນຕາມແຜນຜັງສັງລວມແຫ່ງຊາດ, ແຜນຜັງຂອງເຂດ, ແຜນຜັງຂອງຂະແໜງການ. ສ້າງແຜນການປະຕິບັດແຜນຜັງຂອງແຂວງໂດຍໄວ; ກຳນົດເນື້ອໃນຈຸດສຸມ, ຄວາມຄືບໜ້າ ແລະ ແຫຼ່ງກຳລັງປະຕິບັດບັນດາໂຄງການນອນໃນແຜນຜັງນັ້ນ. ພ້ອມດຽວກັນນັ້ນ, ທາງແຂວງກໍຕ້ອງຍູ້ແຮງການປະຕິຮູບລະບຽບການບໍລິຫານ, ປົວແປງສະພາບແວດລ້ອມດຳເນີນທຸລະກິດ; ກະກຽມບັນດາໂຄງການ, ຂົງເຂດໃໝ່ເພື່ອຕ້ອນຮັບບັນດານັກລົງທຶນ, ໂດຍສະເພາະແມ່ນບັນດານັກລົງທຶນໃຫຍ່ ແລະ ມີຄວາມສາມາດບົ່ມຊ້ອນ.

ຢູ່ທີ່ກອງປະຊຸມ, ແຂວງ ລ້າງເຊີນ ໄດ້ມອບຂໍ້ຕົກລົງອະນຸມັດຜ່ານແຜນການລົງທຶນ, ໃບຢັ້ງຢືນ, ບົດບັນທຶກຊ່ວຍຈຳກ່ຽວກັບການຈົດທະບຽງລົງທຶນ ສຳລັບ 24 ໂຄງການ ລວມມູນຄ່າລົງທຶນກວ່າ 40.000 ຕື້ດົ່ງ (ເກືອບ 1,6 ລ້ານ USD). 

ຕອບກັບ

ຂ່າວ/ບົດ​ອື່ນ