ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ປະ​ກາດ​ແຜ​ນ​ຜັງ ແລະ ສົ່ງ​ເສີມ​ການ​ລົງ​ທຶນ​ແຂວງ ນິງ​ທ້ວນ

(VOVWORLD) - ຕອນເຊົ້າວັນທີ 28 ເມສາ, ຢູ່ນະຄອນ ຟານຣາງ - ທາບຈ່າມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມກອງປະຊຸມປະກາດການວາງແຜນຜັງ ແລະ ສົ່ງເສີມການລົງທຶນແຂວງ ນິງທ້ວນ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ປະ​ກາດ​ແຜ​ນ​ຜັງ ແລະ ສົ່ງ​ເສີມ​ການ​ລົງ​ທຶນ​ແຂວງ ນິງ​ທ້ວນ - ảnh 1ພິທີປະກາດແຜນຜັງແຂວງນິງທ້ວນໄລຍະ 2021 – 2030 (ພາບ: TTXVN)

ນິງທ້ວນ ແມ່ນແຂວງແຄມທະເລຕອນໃຕ້ພາກກາງ, ນອນໃນເຂດ 3 ແຍກຄົມມະນາຄົມຍຸດທະສາດເຊື່ອມຕໍ່ 03 ເຂດທາງທິດຕາເວັນອອກພາກໃຕ້, ຕອນໃຕ້ພາກກາງ ແລະ ເຂດໄຕງວຽນ; ມີຫຼາຍຄວາມສາມາດບົ່ມຊ້ອນພັດທະນາການທ່ອງທ່ຽວ; ກະສິກຳ, ເຄື່ອງປ່າຂອງດົ່ງ, ສິນໃນນ້ຳ, ພະລັງງານທົດແທນ; ອຸດສາຫະກຳ, ພິເສດແມ່ນຂະແໜງປຸງແຕ່ງຜະລິດຕະພັນກະເສດ.

ແຜນຜັງແຂວງນິງທ້ວນໄລຍະ 2021 – 2030 ເປີດຂອບເຂດພັດທະນາໃໝ່ດ້ວຍເປົ້າໝາຍຮອດປີ 2030: ນິງທ້ວນ ກາຍເປັນແຂວງ ມີລະດັບລາຍຮັບສະເລ່ຍນອນໃນກຸ່ມປານກາງສູງຂອງທົ່ວປະເທດ, ພັດທະນາຂະຫຍັນຂັນເຄື່ອນ, ໄວ ແລະ ຍືນຍົງ ດ້ວຍເສດຖະກິດທະເລ, ເສດຖະກິດຕົວເມືອງແມ່ນກຳລັງໜູນເຕີບໂຕ; ຮອດປີ 2050: ນິງທ້ວນ ກາຍເປັນແຂວງພັດທະນາຮອບດ້ານ, ໄວ ແລະ ຍືນຍົງ, ມີພື້ນຖານເສດຖະກິດຫຼາຍຮູບຫຼາຍແບບ ແລະ ວັດທະນາຖາວອນ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕີລາຄາແຜນຜັງແຂວງ ນິງທ້ວນ ຖືກສ້າງຂຶ້ນດ້ວຍຈິນຕະນາການບຸກທະລຸ, ວິໄສທັດຍາວນານ, ບົນພື້ນຖານເສີມຂະຫຍາຍຄວາມສາມາດບົ່ມຊ້ອນທີ່ແຕກຕ່າງກັນ, ກາລະໂອກາດພົ້ນເດັ່ນ, ທ່າແຮງແກ່ງແຍ້ງຂອງແຂວງ.

          ທີ່ກອງປະຊຸມ, ແຂວງ ນິງທ້ວນ ໄດ້ມອບຂໍ້ຕົກລົງອະນຸມັດຜ່ານແຜນນະໂຍບາຍລົງທຶນ, ໃບຢັ້ງຢືນ, ເຊັນບົດບັນທຶກຄວາມເຂົ້າໃຈຈົດທະບຽນລົງທຶນຜັນຂະຫຍາຍ 15 ໂຄງການດ້ວຍຍອດເງິນລົງທຶນຄາດວ່າແມ່ນກ່ວາ 135.000 ຕື້ດົ່ງ (5,7 ຕື້ໂດລາສະຫະລັດ).

ຕອບກັບ

ຂ່າວ/ບົດ​ອື່ນ