ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມພິທີມອບລາງວັນ “ຜູ້ມີຄວາມເກັ່ງກ້າສາມາດແດນ ຫວຽດນາມ” ຄັ້ງທີ 17

(VOVWORLD) - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີມອບລາງວັນ “ຜູ້ມີຄວາມເກັ່ງກ້າສາມາດແດນ ຫວຽດນາມ” ຄັ້ງທີ 17
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມພິທີມອບລາງວັນ “ຜູ້ມີຄວາມເກັ່ງກ້າສາມາດແດນ ຫວຽດນາມ” ຄັ້ງທີ 17 - ảnh 1ພິທີມອບລາງວັນ “ຜູ້ມີຄວາມເກັ່ງກ້າສາມາດແດນ ຫວຽດນາມ” ຄັ້ງທີ 17
(ພາບ:VOV)

 

ຕອນຄ່ຳວັນທີ 20 ທັນວາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີມອບລາງວັນ “ຜູ້ມີຄວາມເກັ່ງກ້າສາມາດແດນ ຫວຽດນາມ” ຄັ້ງທີ 17. ນີ້ແມ່ນລາງວັນເພື່ອແນໃສ່ເຊີດຊູພູມປັນຍາ, ກຳລັງຫົວຄິດປະດິດສ້າງຂອງບັນດາຜູ້ມີຄວາມເກັ່ງກ້າສາມາດແດນ ຫວຽດນາມ, ລະດົມກຳລັງໃຈ ແລະ ຊຸກຍູ້ບັນດາການເຄື່ອນໄຫວຄົ້ນຄ້ວາວິທະຍາສາດທີ່ມີມູນຄ່າ, ມີຜົນສະທ້ອນຕັ້ງໜ້າໃນບັນດາຂົງເຂດຂອງຂົງເຂດເສດຖະກິດ, ສັງຄົມຂອງປະເທດຊາດ.

        ເພື່ອປະກອບສ່ວນຫັນຄວາມມຸ່ງຫວັງການພັດທະນາປະເທດຊາດວັດທະນາຖາວອນ, ເຂັ້ມແຂງໃຫ້ປະກົດຜົນເປັນຈິງ, ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຮຽກຮ້ອງບັນດາຂະແໜງການ, ທ້ອງຖິ່ນ ຜັນຂະຫຍາຍບັນດາແຜນນະໂຍບາຍ, ທິດທາງ, ນະໂຍບາຍກົດໝາຍຂອງພັກ, ລັດ ກ່ຽວກັບການດຶງດູດ ແລະ ນຳໃຊ້ຜູ້ມີຄວາມເກັ່ງກ້າສາມາດ. ພ້ອມນັ້ນ, ກໍ່ເປັນເຈົ້າການໃນການຜັນຂະຫຍາຍບັນດາໂຄງການຄົ້ນຄ້ວາວິທະຍາສາດ, ຮັບໃຊ້ໃຫ້ການເຄື່ອນໄຫວຜະລິດ ດຳເນີນທຸລະກິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນຢ່າງແທດຈິງ ແລະ ມີປະສິດທິຜົນ. ທ່ານນາຍົກລັດຖະມົນຕີ ເຊື່ອໝັ້ນວ່າ:

        “ບັນດາບຸກຄົນ ແລະ ໝູ່ຄະນະທີ່ເຂົ້າຮ່ວມ, ໄດ້ຮັບການເຊີດຊູໃນຄັ້ງນີ້ຈະສືບຕໍ່ ຫຼໍ່ລ້ຽງຄວາມໃຝ່ຝັນຂອງຕົນ, ມານະພະຍາຍາມແກ້ໄຂຄວາມຫຍຸ້ງຍາກ, ຜ່ານຜ່າສິ່ງທ້າທາຍ, ສູ້ຊົນຮ່ຳຮຽນ, ຄົ້ນຄ້ວາເພື່ອມີຫຼາຍແນວຄວາມຄິດໃຫມ່, ມີຫົວຄິດປະດິດສ້າງຫຼາຍຜະລິດຕະພັນວິທະຍາສາດໃໝ່, ປະກອບສ່ວນຫຼາຍກ່ວາ, ເໝາະສົມກ່ວາອີກຕໍ່ວົງຄະນະຍາດ, ສັງຄົມ ແລະ ການພັດທະນາແບບຍືນຍົງຂອງປະເທດຊາດ”.

ຕອບກັບ

ຂ່າວ/ບົດ​ອື່ນ