ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິ​ງ​ຈິງ ​ເຂົ້າ​ຮ່ວມ​ພິ​ທີເລີ່ມ​ລົງ​ມື​ກໍ່​ສ້າງ​ໂຄງ​ການ​ລົງ​ທຶນ​ກໍ່​ສ້າງ​ຂົວ​ ດ້າຍ​ຫງາຍ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ກະຊວງຄົມມະນາຄົມ ແລະ ຂົນສົ່ງ ຊີ້ນຳຄະນະຄຸ້ມຄອງແຜນການ, ໃຫ້ຄຳປຶກສາຕິດຕາມກວດກາ ແລະ ບັນດາຜູ້ຮັບເໝົາຕ້ອງສ້າງແຜນການ, ແຜນການປະຕິບັດການກໍ່ສ້າງຢ່າງມີວິທະຍາສາດ, ຮັບປະກັນການລົງມືກໍ່ສ້າງຢ່າງມີປະສິດທິຜົນ, ຄຸນນະພາບ
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິ​ງ​ຈິງ ​ເຂົ້າ​ຮ່ວມ​ພິ​ທີເລີ່ມ​ລົງ​ມື​ກໍ່​ສ້າງ​ໂຄງ​ການ​ລົງ​ທຶນ​ກໍ່​ສ້າງ​ຂົວ​ ດ້າຍ​ຫງາຍ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ພິທີ

ຕອນເຊົ້າວັນທີ 15 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງຂົວ ດ້າຍຫງາຍ ຢູ່ເສັ້ນທາງຫຼວງແຫ່ງຊາດເລກທີ 60, ຂຶ້ນກັບບັນດາແຂວງ ຈ່າວິງ ແລະ ຊອກຈັງ.ນີ້ແມ່ນໂຄງການສຳຄັນນອນໃນການວາງແຜນຜັງກໍ່ສ້າງເສັ້ນທາງບົກໄລຍະ 2021 – 2030, ວິໄສທັດຮອດປີ 2050 ໂດຍທ່ານນາຍົກລັດຖະມົນຕີ ໄດ້ເຊັນອະນຸມັດເມື່ອປີ 2021.

ນີ້ແມ່ນກິດຈະກຳຄົມມະນາຄົມທາງບົກຂັ້ນພິເສດ ດ້ວຍລວງຍາວກ່ວາ 15 ກີໂລແມັດ. ພາຍຫຼັງໄດ້ກໍ່ສ້າງສຳເລັດ, ໂຄງການຈະປະກອບສ່ວນຍົກສູງຄວາມສາມາດໃນການຂົນສົ່ງໃຫ້ແກ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້, ສ້າງການເຊື່ອມຕໍ່ທາງຄົມມະນາຄົມຢ່າງສະດວກ ລະຫວ່າງບັນດາແຂວງເຂດແຄມທະເລທາງທິດໃຕ້  ກັບນະຄອນໂຮ່ຈີມິນ, ຫຼຸດລົງປະມານ 80 ກີໂລແມັດ ເມື່ອທຽບໃສ່ເສັ້ນທາງຫຼວງແຫ່ງຊາດ 1A ເມື່ອເດີນທາງແຕ່ກາເມົາ, ຊອກຈັງ, ບາກລຽວກັບເມືອນະຄອນໂຮ່ຈີມິນ.

ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ພິທີເລີ່ມລົງມືກໍ່ສ້າງໂຄງການນີ້ ພຽງແຕ່ແມ່ນບາດກ້າວເບື້ອງຕົ້ນນເທົ່ານັ້ນ. ເພື່ອກໍ່ສ້າງສຳເລັດໂຄງການຍັງມີຫຼາຍວຽກງານຕ້ອງເຮັດ, ຮຽກຮ້ອງຕ້ອງມີການເຂົ້າຮ່ວມຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຂອງບັນດາທ້ອງຖິ່ນ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ກະຊວງຄົມມະນາຄົມ ແລະ ຂົນສົ່ງ ຊີ້ນຳຄະນະຄຸ້ມຄອງແຜນການ, ໃຫ້ຄຳປຶກສາຕິດຕາມກວດກາ ແລະ ບັນດາຜູ້ຮັບເໝົາຕ້ອງສ້າງແຜນການ, ແຜນການປະຕິບັດການກໍ່ສ້າງຢ່າງມີວິທະຍາສາດ, ຮັບປະກັນການລົງມືກໍ່ສ້າງຢ່າງມີປະສິດທິຜົນ, ຄຸນນະພາບ ແລະ ຮັກສາຄວາມປອດໄພ ແລະ ປະຕິບັດຕາມຂໍ້ກຳນົດຂອງກົດໝາຍຢ່າງເດັດຂາດ.

ຕອບກັບ

ຂ່າວ/ບົດ​ອື່ນ