ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມ​ວັນ​ບຸນມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ຢູ່​ຕາ​ແສງ ຊ່າ​ເຢ່​ຟິ່ນ, ເມືອງ ຊີ່ນ​ໂຮ່, ແຂວງ ລາຍ​ເຈົາ

(VOVWORLD) - ຕອນເຊົ້າວັນທີ 18 ພະຈິກ, ຢູ່ແຂວງ ລາຍເຈົາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດຢູ່ ເຂດຊຸມຊົນ ຕາແສງ ຊ່າເຢ່ຟິ່ນ, ເມືອງ ຊິ່ນໂຮ່, ແຂວງ ລາຍເຈົາ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມ​ວັນ​ບຸນມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ຢູ່​ຕາ​ແສງ ຊ່າ​ເຢ່​ຟິ່ນ, ເມືອງ ຊີ່ນ​ໂຮ່, ແຂວງ ລາຍ​ເຈົາ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ງານບຸນ (ພາບ: VGP)

ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ສະເໜີໃຫ້ອຳນາດການປົກຄອງ ແລະ ປະຊາຊົນຕາແສງ ຊ່າເຢ່ຟິ່ນ ສືບຕໍ່ຮ່ວມແຮງຮ່ວມໃຈ, ສາມັກຄີກັນ, ຊ່ວຍເຫຼືອບັນດາຄອບຄົວທຸກຍາກ; ປະຕິບັດ 3 ໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການພັດທະນາເສດຖະກິດ - ສັງຄົມ ຢູ່ເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ, ສ້າງຊົນນະບົດໃໝ່ ແລະ ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງໃຫ້ເປັນຢ່າງດີ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ:

        “ຂ້າພະເຈົ້າມີຄວາມປາດຖະໜາ ແລະ ເຊື່ອໝັ້ນວ່າ ພໍ່ແມ່ປະຊາຊົນຈະເສີມຂະຫຍາຍມູນເຊື້ອປະຕິວັດ, ສີສັນວັດທະນະທຳຂອງຊາດ, ຂອງຊົນເຜົ່າ, ນ້ຳໃຈອຸ້ມຊູຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນການດຳລົງຊີວິດ; ເຂົ້າຮ່ວມການສ້າງສະພາບແວດລ້ອມດຳລົງຊີວິດຢ່າງປອດໃສ, ສີວິໄລ, ນັບມື້ນັບທັນສະໄໝ; ສ້າງເຂດຊຸມຊົນໝັ້ນຄົງເຂັ້ມແຂງ ກ່ຽວກັບຄວາມເປັນລະບຽບຮຽບຮ້ອຍ, ຄວາມສະຫງົບປອດໄພ; ປ້ອງກັນຕ້ານບັນດາອາດຊະຍະກຳ, ໄພສັງຄົມ; ລະມັດລະວັງກັບບັນດາກົນອຸບາຍມ້າງທຳລາຍຂອງບັນດາກຳລັງເປັນປໍລະປັກ; ມີຄວາມສາມັກຄີກວ່າອີກ, ຈິດໜຶ່ງໃຈດຽວ, ມີຄວາມເປັນເອກະພາບ ລະຫວ່າງແນວທາງຂອງພັກ ກັບຈິດໃຈຂອງປະຊາຊົນ, ຕັດສິນໃຈສູ້ຊົນສ້າງບ້ານເກີດເມືອງນອນໃຫ້ນັບມື້ນັບພັດທະນາ, ຮັ່ງມີສວຍງາມ ແລະ ສີວິໄລ.”

 

ຕອບກັບ

ຂ່າວ/ບົດ​ອື່ນ