ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທານກອງ​ປະ​ຊຸ​ມ​ກ່ຽວ​ກັບ​ການ​ບໍ​ລິ​ຫານ​ນະ​ໂຍ​ບາຍ​ເງິນ​ຕາ​ປີ 2024

(VOVWORLD) - ການຄາດຄະເນສະພາບການໂລກ ປີ 2024 ຍັງມີຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງຍ້ອນການປະທະກັນ, ຜົນສະທ້ອນຈາກພະຍາດ, ບັນດາພື້ນຖານເສດຖະກິດໃຫຍ່ໃນທົ່ວໂລກ ຍັງປະສົບກັບຄວາມຫຍຸ້ງຍາກ, ສົ່ງຜົນກະທົບຕໍ່ພື້ນຖານເສດຖະກິດ ຫວຽດນາມ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທານກອງ​ປະ​ຊຸ​ມ​ກ່ຽວ​ກັບ​ການ​ບໍ​ລິ​ຫານ​ນະ​ໂຍ​ບາຍ​ເງິນ​ຕາ​ປີ 2024 - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ

ຕອນເຊົ້າວັນທີ 14 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມຜັນຂະຫຍາຍໜ້າທີ່ບໍລິຫານນະໂຍບາຍເງິນຕາ ປີ 2024, ສຸມໃສ່ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ການຜະລິດ, ດຳເນີນທຸລະກິດ, ຊຸກຍູ້ການເຕີບໂຕ ແລະ ຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ການຄາດຄະເນສະພາບການໂລກ ປີ 2024 ຍັງມີຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງຍ້ອນການປະທະກັນ, ຜົນສະທ້ອນຈາກພະຍາດ, ບັນດາພື້ນຖານເສດຖະກິດໃຫຍ່ໃນທົ່ວໂລກ ຍັງປະສົບກັບຄວາມຫຍຸ້ງຍາກ, ສົ່ງຜົນກະທົບຕໍ່ພື້ນຖານເສດຖະກິດ ຫວຽດນາມ. ໃນສະພາບການນັ້ນ, ພັກ, ລັດ, ລັດຖະບານ ຫວຽດນາມ ນາຍົກລັດຖະມົນຕີ ໄດ້ມີຄວາມເອົາໃຈໃສ່, ມີຫຼາຍກົນໄກ, ນະໂຍບາຍ ແລະ ຊີ້ນຳ, ບໍລິຫານຢ່າງລະອຽດ, ຕິດແທດກັບຕົວຈິງ ເພື່ອໃຫ້ລະບົບທະນາຄານພັດທະນາແບບຍືນຍົງ, ປອດໄພ, ປະກອບສວ່ນເຂົ້າໃນພາລະກິດແຫ່ງການປ່ຽນແປງໃໝ່, ເຊື່ອມໂຍງ ແລະ ພັດທະນາຂອງປະເທດຊາດ. ເຖິງຢ່າງໃດກໍ່ຕາມ, ພື້ນຖານເສດຖະກິດຍັງມີຂໍ້ຄົງຄ້າງ, ຂໍ້ຈຳກັດ ແລະ ສືບຕໍ່ປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມສຸມໃສ່ປຶກສາຫາລື, ວາງອອກວິທີການລະອຽດ ເພື່ອບໍລິຫານນະໂຍບາຍເງິນຕາ, ແກ້ໄຂຄວາມຫຍຸ້ງຍາກ ໃຫ້ແກ່ການຜະລິດ, ດຳເນີນທຸລະກິດ, ຊຸກຍູ້ການເຕີບໂຕ, ຄວບຄຸມໄພເງິນເຟີ້, ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຮັບປະກັນຄວາມດຸ່ນດ່ຽງໃຫຍ່. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ:

ຕ້ອງຕິດການສະພາບການຕົວຈິງຢ່າງແໜ້ນແຟ້ນ, ມີນະໂຍບາຍຮັບມືຢາງມີໄຫວພິບການແໜງຕິງ ຂອງຕະຫຼາດສາກົນ, ພາຍໃນປະເທດ, ປະກອບສ່ວນຍົກສູງລັກສະນະເປັນເອກະລາດ, ເປັນເຈົ້າຂອງຂອງພື້ນຖານເສດຖະກິດ. ຢຶດໝັ້ນກັບເປົ້າໝາຍບໍລິຫານນະໂຍບາຍເງິນຕາ, ສົມທົບກັບນະໂຍບາຍການເງິນ ແລະ ບັນດານະໂຍບາຍຕ່າງໆຢ່າງກົມກຽວ ເພື່ອປະກອບສ່ວນເຂົ້າໃນການຄວບຄຸມໄພເງິນເຟີ້, ຮັກສາເສດຖະກິດມະຫາພາກເປັນປົກກະຕິ ແລະ ໜູນຊ່ວຍ, ຊຸກຍູ້ການເຕີບໂຕດ້ານເສດຖະກິດ; ໃນການບໍລິຫານຕ້ອງເປັນເຈົ້າການ, ມີໄຫວພິບ, ກຳນົດຈຸດສຸມຢ່າງຈະແຈ້ງ, ໃຫ້ບຸລິມະສິດເໝາະສົມກັບແຕ່ລະຂັ້ນຕອນ, ຈຸດເວລາ. ຕ້ອງເພີ່ມທະວີຄວາມສາມາດໃນການໄຈ້ແຍກ, ຄາດຄະເນ, ສ້າງນະໂຍບາຍ, ຮັບປະກັນການຮັບມືຢ່າງທັນການ, ມີໄຫວພິບ, ມີປະສິດທິນບົນພື້ນຖານຕິດແທດກັບສະພາບການຕະຫຼາດ ແລະ ຊັ່ງຊາຈຸດເວລາ, ຈຳນວນຢ່າງເໝາະສົມກັບແຕ່ລະເຄື່ອງມືນະໂຍບາຍ, ວິທີການຢ່າງລະອຽດ.

ຕອບກັບ

ຂ່າວ/ບົດ​ອື່ນ