ທ່ານ​ນາ​ຍົກ​​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທານກອງ​ປະ​ຊຸມ​ລັດ​ຖະ​ບານ ປະ​ຈຳ​ລ​າຍ​ການ ເດືອນ​ພຶດ​ສະ​ພາ 2021

(VOVWORLD) -ວັນທີ 3 ມິຖຸນາ, ຢູ່ສຳນັກງານລັດຖະບານ, ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ລັດຖະບານໄດ້ຈັດກອງປະຊຸມນັດສາມັນ ເດືອນພຶດສະພາ 2021.
ທ່ານ​ນາ​ຍົກ​​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທານກອງ​ປະ​ຊຸມ​ລັດ​ຖະ​ບານ ປະ​ຈຳ​ລ​າຍ​ການ ເດືອນ​ພຶດ​ສະ​ພາ 2021 - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ທີ່ກອງປະຊຸມ, ລັດຖະບານໄດ້ຮັບຟັງ ແລະ ປຶກສາຫາລືກ່ຽວກັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19, ຕີລາຄາສະພາບການເສດຖະກິດ - ສັງຄົມ ງົບປະມານແຫ່ງລັດ ເດືອນພຶດສະພາ ແລະ 5 ເດືອນຕົ້ນປີ 2021, ຄາດຄະເນສະພາບການເສດຖະກິດ - ສັງຄົມ, ງົບປະມານແຫ່ງລັດ 6 ເດືອນຕົ້ນປີ 2021 ແລະ ບັນດາວິທີການແກ້ໄຂໃນ 6 ເດືອນທ້າຍປີ 2021, ຕີລາຄາໝາກຜົນຂອງການປະຕິບັດແຜນການລົງທຶນຂອງລັດໄລຍະກາງ ແຕ່ປີ 2016 – 2020 ແລະ ຄາດຄະເນ ແຜນການລົງທຶນໄລຍະກາງ 2021 – 2025.

ລັດຖະບານພິຈາລະນາບັນດາແຜນຮ່າງກ່ຽວກັບການປະຕິບັດໂຄງການກໍ່ສ້າງເສັ້ນທາງຄວາມໄວສູງ ໄລຍະ 2021 – 2025 ແລະ ການກຳນົດທິດຮອດປີ 2030, ໂຄງຮ່າງການຈັດຕັ້ງຂອງລັດຖະບານ ຊຸດທີ XV ແລະ ບາງບັນຫາສຳຄັນອື່ນໆອີກ.

ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ສະເໜີໃຫ້ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມປຶກສາຫາລື, ຕີລາຄາສະພາບການ, ຍົກອອກບັນດາວິທີການປະຕິບັດບັນດາໜ້າທີ່ຢ່າງມີປະສິດທິຜົນໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ