ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທານກອງ​ປະ​ຊຸມ​ລັດ​ຖະ​ບານ ຫົວ​ເລື່ອງ​ກ່ຽວ​ກັບ​ການ​ສ້າງ​ກົດ​ໝາຍ

(VOVWORLD) - ກອງປະຊຸມ, ບັນດາສະມາຊິກລັດຖະບານ ໄດ້ປຶກສາຫາລື, ພິຈາລະນາ, ປະກອບຄຳເຫັນໃສ່ 3 ເນື້ອໃນ, ລວມມີ: ສະເໜີການສ້າງກົດໝາຍສະບັບປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍຄຸນນະພາບຜະລິດຕະພັນ, ສິນຄ້າ; ສະເໜີການສ້າງກົດໝາຍວ່າດ້ວຍການ ສະໜອງ ແລະ ການລະບາຍນ້ຳ; ສະເໜີສ້າງກົດໝາຍວ່າດ້ວຍໄຟຟ້າ (ສະບັບປັບປຸງ). 
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທານກອງ​ປະ​ຊຸມ​ລັດ​ຖະ​ບານ ຫົວ​ເລື່ອງ​ກ່ຽວ​ກັບ​ການ​ສ້າງ​ກົດ​ໝາຍ - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເປັນປະທານກອງປະຊຸມ (ພາບ: VOV)

ຕອນເຊົ້າວັນທີ 17 ພະຈິກ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມລັດຖະບານ ຫົວເລື່ອງກ່ຽວກັບການສ້າງກົດໝາຍເດືອນ ພະຈິກ 2023. ທີ່ກອງປະຊຸມ, ບັນດາສະມາຊິກລັດຖະບານ ໄດ້ປຶກສາຫາລື, ພິຈາລະນາ, ປະກອບຄຳເຫັນໃສ່ 3 ເນື້ອໃນ, ລວມມີ: ສະເໜີການສ້າງກົດໝາຍສະບັບປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍຄຸນນະພາບຜະລິດຕະພັນ, ສິນຄ້າ; ສະເໜີການສ້າງກົດໝາຍວ່າດ້ວຍການ ສະໜອງ ແລະ ການລະບາຍນ້ຳ; ສະເໜີສ້າງກົດໝາຍວ່າດ້ວຍໄຟຟ້າ (ສະບັບປັບປຸງ).

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກວ່າ: ບຸກທະລຸຍຸດທະສາດກ່ຽວກັບການສ້າງລະບອບລະບຽບການໃຫ້ສົມບູນແບບ ແມ່ນໜຶ່ງໃນບັນດາໜ້າທີ່ທີ່ມີຄວາມສຳຄັນເປັນຢ່າງຍິ່ງ, ມີຄວາມໝາຍເປັນພື້ນຖານ, ສ້າງກອບນິຕິກຳເພື່ອແກ້ໄຂ, ລະດົມ, ນຳໃຊ້ທຸກແຫຼ່ງກຳລັງຢ່າງມີປະສິດທິຜົນ ໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມຢ່າງວ່ອງໄວ ແລະ ຍືນຍົງ. ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ນັບແຕ່ຕົ້ນປີມານີ້, ລັດຖະບານ, ນາຍົກລັດຖະມົນຕີ ກໍ່ສືບຕໍ່ເອົາໃຈໃສ່, ໃຫ້ການລົງທຶນເປັນພິເສດເຂົ້າໃນວຽກງານນີ້, ໂດຍສະເພາະແມ່ນວຽກງານການສຳຫຼວດກວດກາ, ສ້າງກົດໝາຍໃຫ້ສົມບູນແບບ, ແກ້ໄຂຈຸດອຸດຕັນ, ຄວາມຫຍຸ້ງຍາກ, ສິ່ງກີດຂວາງ, ສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຊົນ ແລະ ວິສາຫະກິດ.


ຕອບກັບ

ຂ່າວ/ບົດ​ອື່ນ