ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມລັດຖະບານກ່ຽວກັບການສ້າງກົດໝາຍເດືອນ ມິຖຸນາ ປີ 2023

(VOVWORLD) - ເລື່ອງສ້າງຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມບັນດາກົດໝາຍກຳນົດກ່ຽວກັບການລົງທຶນ, ງົບປະມານແມ່ນເພື່ອແກ້ໄຂຄວາມຫຍຸ້ງຍາກ, ຮົ້ວກີດຂວາງຂອງບັນດາໂຄງການລົງທຶນຂອງລັດ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມລັດຖະບານກ່ຽວກັບການສ້າງກົດໝາຍເດືອນ ມິຖຸນາ ປີ 2023 - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ:VGP/Nhật Bắc)

ຕອນເຊົ້າວັນທີ 29 ມິຖຸນາ, ທີ່ສຳນັກງານລັດຖະບານ, ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ລັດຖະບານໄດ້ຈັດກອງປະຊຸມຫົວເລື່ອງສະເພາະກ່ຽວກັບການສ້າງກົດໝາຍເດືອນ ມິຖຸນາ ປີ 2023. ທີ່ກອງປະຊຸມຄັ້ງນີ້, ລັດຖະບານໄດ້ພິຈາລະນາ, ປະກອບຄຳເຫັນກ່ຽວກັບ 4 ເນື້ອໃນສະເໜີສ້າງກົດໝາຍ, ໃນນັ້ນມີຂໍ້ສະເໜີສ້າງກົດໝາຍວ່າດ້ວຍຄູ; ເລື່ອງສ້າງຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມບັນດາກົດໝາຍກຳນົດກ່ຽວກັບການລົງທຶນ, ງົບປະມານແມ່ນເພື່ອແກ້ໄຂຄວາມຫຍຸ້ງຍາກ, ຮົ້ວກີດຂວາງຂອງບັນດາໂຄງການລົງທຶນຂອງລັດ.

        ກ່າວຄຳເຫັນເປີດສາກກອງປະຊຸມ, ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດຊຸດທີ XV ທີ່ຈະດຳເນີນໃນເດືອນ ຕຸລາ ຈະມາເຖິງ, ລັດຖະບານ ຈະຍື່ນສະເໜີໃຫ້ສະພາແຫ່ງຊາດຮັບຮອງເອົາຮ່າງກົດໝາຍ 9 ສະບັບ, ປະກອບຄຳເຫັນໃສ່ຮ່າງກົດໝາຍ 8 ສະບັບ, ໃນນັ້ນມີກົດໝາຍຫຼາຍສະບັບທີ່ຍາກ, ສັບສົນ, ມີຫຼາຍຄຳເຫັນທີ່ມີຄວາມເຫັນແຕກຕ່າງກັນ. ດັ່ງນັ້ນ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງຕ້ອງສຸມໃສ່ແຫຼ່ງກຳລັງເພື່ອກະກຽມໃຫ້ເປັນຢ່າງດີ, ຮັບປະກັນຄວາມຄືບໜ້າ, ຄຸນນະພາບການສ້າງກົດໝາຍ; ບັນດາກົດໝາຍ, ຂໍ້ກຳນົດຕ້ອງຕິດແທດກັບສະພາບການຕົວຈິງ ແລະ ມີຄວາມສາມາດເປັນໄປໄດ້; ແກ້ໄຂຂໍ້ຕິດຂັດໄດ້; ສ້າງພື້ນຖານດ້ານນິຕິກຳໃໝ່ເພື່ອສ້າງຄວາມສະດວກໃນແຫຼ່ງກຳລັງໃຫ້ແກ່ການພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ