ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ ກັບ​ຄະ​ນະ​ປະ​ຈຳ​ພັກ​ແຂວງ ລາຍ​ເຈົາ

(VOVWORLD) - ຕອນເຊົ້າວັນທີ 19 ພະຈິກ, ຢູ່ ລາຍເຈົາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຮັດວຽກກັບຄະນະປະຈຳພັກແຂວງ ລາຍເຈົາ ກ່ຽວກັບສະພາບການປະຕິບັດບັນດາໜ້າທີ່ພັດທະນາເສດຖະກິດ - ສັງຄົມ ແລະ ວາງອອກທິດທາງ, ໜ້າທີ່ໃນໄລຍະຕໍ່ໄປ; ແກ້ໄຂບາງຂໍ້ສະເໜີແນະຂອງແຂວງ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ ກັບ​ຄະ​ນະ​ປະ​ຈຳ​ພັກ​ແຂວງ ລາຍ​ເຈົາ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ການເຮັດວຽກ (ພາບ:VOV)

ທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ໄດ້ຊີ້ແຈ້ງກຳລັງຄວາມສາມາດ, ທ່າແຮງບົ່ມຊ້ອນ ແລະ ຂໍ້ຈຳກັດ, ສິ່ງທ້າທາຍຂອງແຂວງ. ທ່ານນາຍົກລັດຖະມົນຕີ ກໍສະເໜີ ວ່າ ໄລຍະຈະມາເຖິງ, ແຂວງ ລາຍເຈົາ ຕ້ອງເອົາໃຈໃສ່ເຖິງການລົງທຶນພັດທະນາພື້ນຖານໂຄງລ່າງ ທາງດ້ານເສດຖະກິດ - ສັງຄົມ, ໂດຍສະເພາະແມ່ນພື້ນຖານໂຄງລ່າງທາງຄົມມະນາຄົມ, ພື້ນຖານໂຄງລ່າງເຂດ, ກຸ້ມອຸດສາຫະກຳ, ການທ່ອງທ່ຽວ, ຮັບປະກັນການເຊື່ອມຈອດຢ່າງຕໍ່ເນື່ອງພາຍໃນແຂວງ, ກັບແຂວງຕ່າງໆໃນເຂດ ແລະ ລະຫວ່າງເຂດພາກອື່ນໆຂອງທົ່ວປະເທດ ກໍຄືສາກົນ; ພ້ອມທັງເອົາໃຈໃສ່ພັດທະນາພື້ນຖານໂຄງລ່າງດີຈີຕອນ, ພື້ນຖານໂຄງລ່າງກະສິກຳ, ຊົນນະບົດ, ພື້ນຖານໂຄງລ່າງການສຶກສາ, ສາທາລະນະສຸກ, ວັດທະນະທຳ ແລະ ກິລາ. ພ້ອມດຽວກັນນັ້ນ, ລາຍເຈົາ ຕ້ອງສຸມໃສ່ໃຫ້ບຸລິມະສິດພັດທະນາເສດຖະກິດກະສິກຳ, ການທ່ອງທ່ຽວ, ອຸດສາຫະກຳປຸງແຕ່ງ, ປະດິດແຕ່ງ, ແລະ ເສດຖະກິດດ່ານຊາຍແດນຕາມທິດເສດຖະກິດສີຂຽວ, ເສດຖະກິດີຈີຕອນ, ເສດຖະກິດໝູນວຽນ ຕິດພັນກັບກຳລັງບົ່ມຊ້ອນ, ທ່າແຮງ, ລັກສະນະພົ້ນເດັ່ນ, ທ່າໄດ້ປຽບແກ້ງແຍ້ງຂອງຕົນ.

ຕອບກັບ

ຂ່າວ/ບົດ​ອື່ນ