ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ຣູມານີ ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ - ຣູມານີ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ: ລັດຖະບານ ຫວຽດນາມ ຍາມໃດກໍ່ຮ່ວມເດີນທາງ, ໜູນຊ່ວຍ ແລະ ສ້າງເງື່ອນໄຂສະດວກເພື່ອໃຫ້ວິສາຫະກິດຕ່າງປະເທດເວົ້າລວມ ແລະ ບັນດາວິສາຫະກິດ ຣູມານີ ລົງທຶນ, ດຳເນີນທຸລະກິດຢ່າງມີປະສິດທິຜົນ, ຍາວນານ ແລະ ຍືນຍົງຢູ່ ຫວຽດນາມ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ຣູມານີ ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ - ຣູມານີ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ຣູມານີ ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ - ຣູມານີ
(ພາບ:Dương Giang/TTXVN)

ໃນຂອບເຂດການຢ້ຽມຢາມ ຣູມານີ ຢ່າງເປັນທາງການ, ວັນທີ 22 ມັງກອນ (ຕາມເວລາທ້ອງຖິ່ນ) ຢູ່ນະຄອນຫຼວງ Bucharest, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ຣູມານີ Ion – Marcel Ciolacu ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ - ຣູມານີ. ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ: ຫວຽດນາມ ກຳນົດທິດດຶງດູດການລົງທຶນ ມີການເລືອກເຟັ້ນ ມຸ່ງໄປເຖິງການພັດທະນາເສດຖະກິດ ດີຈີຕອນ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນ, ເສດຖະກິດພູມປັນຍາ, ດ້ວຍບັນດາໂຄງການເຕັກໂນໂລຊີສູງ, ເອເລັກໂຕນິກ, ເຄິ່ງຊັກນຳໄຟຟ້າ, ນະວັດຕະກຳ, ພະລັງງານທົດແທນ… ທ່ານນາຍົກລັດຖະມົນຕີ ຫວຽດນາມ ສະເໜີໃຫ້ວິສາຫະກິດ ຣູມານີ ໝູນໃຊ້ສັນຍາສະບັບຕ່າງໆ, ຄື: ສັນຍາການຄ້າເສລີ ຫວຽດນາມ - ສະຫະພາບເອີລົບ (EVFTA), ສັນຍາອາລັກຂາການລົງທຶນ ຫວຽດນາມ - ສະຫະພາບເອີລົບ (EVIPA), ເພື່ອຮ່ວມມືພັດທະນາ. ພ້ອມນັ້ນ, ກໍ່ເພີ່ມທະວີການແລກປ່ຽນ, ເຊື່ອມຕໍ່, ການລົງທຶນເຂົ້າບັນດາຂົງເຂດທີ່ ຫວຽດນາມ ມີຄວາມຕ້ອງການ ແລະ ຣູມານີ  ມີທ່າແຮງ.

        ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ: ລັດຖະບານ ຫວຽດນາມ ຍາມໃດກໍ່ຮ່ວມເດີນທາງ, ໜູນຊ່ວຍ ແລະ ສ້າງເງື່ອນໄຂສະດວກເພື່ອໃຫ້ວິສາຫະກິດຕ່າງປະເທດເວົ້າລວມ ແລະ ບັນດາວິສາຫະກິດ ຣູມານີ ລົງທຶນ, ດຳເນີນທຸລະກິດຢ່າງມີປະສິດທິຜົນ, ຍາວນານ ແລະ ຍືນຍົງຢູ່ ຫວຽດນາມ; ເຊື່ອໝັ້ນວ່າ: ວິສາຫະກິດສອງປະເທດຈະຮ່ວມມື, ລົງທຶນ, ປະກອບສ່ວນຫັນບັນດາຂໍ້ຕົກລົງຂັ້ນສູງໃຫ້ປະກົດຜົນເປັນຈິງ, ເພີ່ມພູນຄູນສ້າງການພົວພັນມິດຕະພາບທີ່ເປັນມູນເຊື້ອ ຫວຽດນາມ - ຣູມານີ ໃຫ້ນັບມື້ນັບພັດທະນາເລິກເຊິ່ງ, ກ້ວາງຂວາງ, ມີປະສິດທິຜົນ, ນຳມາເຊິ່ງຄວາມວັດທະນະຖາວອນ ແລະ ຄວາມຜາສຸກໃຫ້ແກ່ປະຊາຊົນສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ