ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງປະ​ກາດ​ເລີ່ມ​ລົງ​ມື​ກໍ່​ສ້າງ​ໂຄງ​ການ​ລົງ​ທຶນ​​ເສັ້ນ​ທາງອ້ອມ​ຮອບ ເລກ 4 - ເຂ​ດ​ນະ​ຄອນຫຼວງ​ຮ່າ​ໂນ້ຍ, ໂຄງ​ການ​ກໍ່​ສ້າງ​ເສັ້​ນ​ທາງ​ຄວາມ​ໄວ​ສູງ ກາ​ວ​ແລັງ - ອານ​ຫຶວ (ໄລ​ຍະ 1)

(VOVWORLD) - ຕອນເຊົ້າວັນທີ 25 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ປະກາດເລີ່ມລົງມືກໍ່ສ້າງໂຄງການເສັ້ນທາງ ອ້ອມຮອບ ເລກ4ນະຄອນຫຼວງຮ່າໂນ້ຍ ແລະ ໂຄງການກໍ່ສ້າງເສັ້ນທາງຄວາມໄວສູງ ກາວແລັງ - ອານຫຶວ(ໄລຍະ1)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງປະ​ກາດ​ເລີ່ມ​ລົງ​ມື​ກໍ່​ສ້າງ​ໂຄງ​ການ​ລົງ​ທຶນ​​ເສັ້ນ​ທາງອ້ອມ​ຮອບ ເລກ 4 - ເຂ​ດ​ນະ​ຄອນຫຼວງ​ຮ່າ​ໂນ້ຍ, ໂຄງ​ການ​ກໍ່​ສ້າງ​ເສັ້​ນ​ທາງ​ຄວາມ​ໄວ​ສູງ ກາ​ວ​ແລັງ - ອານ​ຫຶວ (ໄລ​ຍະ 1) - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ພິທີ

ໂຄງການລົງທຶນເສັ້ນທາງອ້ອມຮອບ ເລກ 4 - ເຂດນະຄອນຫຼວງຮ່າໂນ້ຍດ້ວຍຄວາມຍາວກ່ວາ 112 ກີໂລແມັດ ໄປຜ່ານນະຄອນຮ່າໂນ້ຍ ແລະ 2 ແຂວງ ຮຶງອຽນ, ບັກນິງ ດ້ວຍຍອດເງິນລົງທຶນກ່ວາ 85 ພັນຕື້ ດົ່ງ ຕາມຮູບແບບລົງທຶນພາກລັດສົມທົບກັບ PPP. ໃນຂະນະນັ້ນ, ໂຄງການກໍ່ສ້າງເສັ້ນທາງຄວາມໄວສູງກາວແລັງ (ແຂວງດົ່ງທາບ) - ອານຫຶວ (ແຂວງຕຽນຢາງ) ດ້ວຍຄວາມຍາວກ່ວາ 27 ກີໂລແມັດ ມີຍອດເງິນລົງທຶນເກືອບ 6 ພັນຕື້ດົ່ງ ຕາມຮູບບແບບການລົງທຶນພາກລັດ. ສອງໂຄງການນີ້ນອນໃນບັນດາໂຄງການສຳຄັນ, ຈຸດສຸມກ່ຽວກັບຄົມມະນາຄົມ ແລະ ໄດ້ຮັບການລົງມືກໍ່ສ້າງໃນເດືອນມິຖຸນາ ປີ 2023

ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກວ່າ ການລົງທຶນກໍ່ສ້າງພື້ນຖານໂຄງລ່າງ ເປັນຕົ້ນແມ່ນພື້ນຖານໂຄງລ່າງຄົມມະນາຄົມແມ່ນແຜນນະໂຍບາຍໃຫຍ່ຂອງພັກ ແລະ ລັດ ແມ່ນໜ້າທີ່ການເມືອງສຳຄັນຂອງລັດຖະບານ. ຕົວຈິງໄດ້ພິສູດໃຫ້ເຫັນວ່າ ພື້ນຖານໂຄງລ່າງຍຸດທະສາດໄດ້ກໍ່ສ້າງຢູ່ໃສ ຢູ່ນັ້ນຈະມີການພັດທະນາໃໝ່, ເປັນຕົ້ນແມ່ນເຂດຕົວເມືອງ, ເຂດອຸດສາຫະກຳ, ເຂດລະຫຼິ້ນບັນເທິງ, ບັນດາໂຄງການກ່ຽວກັບວັດທະນະທຳ, ກິລາກາຍະກຳ, ສາທາລະນະສຸກ, ການສຶກສາໄດ້ຮັບການສ້າງຕັ້ງ ແລະ ເນື້ອທີ່ດິນໄດ້ຮັບການຂຸດຄົ້ນຢ່າງມີປະສິດທິພາບ.

ຕອບກັບ

ຂ່າວ/ບົດ​ອື່ນ