ທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໊ງ: ຊື້ວັກຊິນກັນໂຄວິດ-19 ແມ່ນວຽກງານຮີບດ່ວນ,ຕ້ອງປະຕິບັດໂດຍທັນທີ

(VOVWORLD) -ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິ໊ງ ເນັ້ນໜັກວ່າ, ເລື່ອງຊື້ວັກຊິນກັນໂຄວິດ-19 ແມ່ນມີຄວາມຈຳເປັນ ແລະ ມອບໃຫ້ກະຊວງສາທາລະນະສຸກ ຮັບຜິດຊອບເລື່ອງເລືອກເຟັ້ນຊະນິດວັກຊິນປ້ອງກັນ, ຕ້ານໂລກລະບາດໂຄວິດ-19.
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໊ງ: ຊື້ວັກຊິນກັນໂຄວິດ-19 ແມ່ນວຽກງານຮີບດ່ວນ,ຕ້ອງປະຕິບັດໂດຍທັນທີ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິ໊ງ
(ພາບ: TTXVN)

ຕອນບ່າຍວັນທີ 17 ພຶດສະພາ, ຢູ່ສຳນັກງານລັດຖະບານ, ກ່າວຄຳເຫັນທີ່ກອງປະຊຸມຄະນະປະຈຳລັດຖະບານກ່ຽວກັບເລື່ອງຊື້ວັກຊິກກັນໂຄວິດ-19 ຂອງບໍລິສັດ Pfizer, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິ໊ງ ເນັ້ນໜັກວ່າ, ເລື່ອງຊື້ວັກຊິນກັນໂຄວິດ-19 ແມ່ນມີຄວາມຈຳເປັນ ແລະ ມອບໃຫ້ກະຊວງສາທາລະນະສຸກ ຮັບຜິດຊອບເລື່ອງເລືອກເຟັ້ນຊະນິດວັກຊິນປ້ອງກັນ, ຕ້ານໂລກລະບາດໂຄວິດ-19. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການຕ້ອງຍົກສູງຈິດໃຈໜ້າທີິ່ຄວາມຮັບຜິດຊອບເພື່ອສຸຂະພາບຂອງປະຊາຊົນ, ເປັນເອກະພາບປະຕິບັດບັນດາມາດຕະການແກ້ໄຂເພື່ອມີວັກຊິນໂດຍໄວ. ນີ້ແມ່ນສະພາບການຮີບດ່ວນ, ຍ້ອນເຫດນັ້ນ, ເລື່ອງຊື້ວັກຊິນຕ້ອງໄດ້ຮັບການແກ້ໄຂຕາມຂໍ້ກຳນົດຂອງກົດໝາຍກ່ຽວກັບບັນດາກໍລະນີພິເສດ ແລະ ຕ້ອງໄດ້ຮັບການປະຕິບັດໂດຍທັນທີ.

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໊ງ: ຊື້ວັກຊິນກັນໂຄວິດ-19 ແມ່ນວຽກງານຮີບດ່ວນ,ຕ້ອງປະຕິບັດໂດຍທັນທີ - ảnh 2(ສະຫະພັນໃຫຍ່ແຮງງານຫວຽດນາມມອບເງິນໜູນຊ່ວຍໃຫ້ແກ່ກຳມະກອນ, ລັດຖະກອນ, ຜູ້ອອກແຮງງານແຂວງ ບັກຢາງ)

ໃນເຫດການທີ່ກ່ຽວຂ້ອງ, ຕອນບ່າຍວັນທີ 17 ພຶດສະພາ, ຄະນະປະຕິບັດງານຂອງສະຫະພັນໃຫຍ່ແຮງງານຫວຽດນາມ ໂດຍທ່ານ ງໍ້ຢຸຍຫຽວ, ຮອງປະທານສະຫະພັນໃຫຍ່ແຮງງານຫວຽດນາມ ໄດ້ມີການເຮັດວຽກກັບສະຫະພັນແຮງງານແຂວງ ບັກນິງ ແລະ ບັກຢາງ ເພື່ອກຳແໜ້ນສະພາບການ ແລະ ມອບຂອງຂວັນໃຫ້ຜູ້ອອກແຮງງານຜູ້ທີ່ຖືກຜົນກະທົບຈາກໂລກລະບາດໂຄວິດ-19. ທ່ານ ງໍ້ຢຸຍຫຽວ ສະເໜີໃຫ້ການນຳແຂວງ ແລະ ກຳມະບານທຸກຂັ້ນຂອງ 2 ແຂວງຕ້ອງເອົາໃຈໃສ່ເຖິງວຽກງານໂຄສະນາ; ສຸມໃສ່ເບິ່ງແຍງດູແລໃຫ້ແກ່ຜູ້ອອກແຮງງານ. ເນື່ອງໃນໂອກາດນີ້, ຄະນະປະຕິບັດງານໄດ້ມອບເງິນໜູນຊ່ວຍໃຫ້ແກ່ກຳມະກອນ, ລັດຖະກອນ, ຜູ້ອອກແຮງງານແຂວງ ບັ໊ກນິງ ຈຳນວນ 100 ລ້ານດົ່ງ ແລະ ແຂວງ ບັກຢາງ 200 ລ້ານດົ່ງ.

ຢູ່ແຂວງ ວິ້ງຟູກ, ຄະນະກຳມະການແນວໂຮມປະເທດຊາດແຂວງ ພ້ອມກັບບັນດາອົງການຈັດຕັ້ງສະມາຊິກໄດ້ຍູ້ແຮງວຽກງານໂຄສະນາ, ຂົນຂວາຍບັນດາອົງການຈັດຕັ້ງ, ວິສາຫະກິດ, ຫົວໜ່ວຍ, ປະຊາຊົນທຸກຊັ້ນວັນນະ ຈົ່ງຍົກສູງສະຕິຄວາມຮັບຮູ້ໃນການປ້ອງກັນ, ຕ້ານໂລກລະບາດ, ຕັ້ງໜ້າສະໜັບສະໜູນບັນດາກຳລັງໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19. ມາຮອດປະຈຸບັນ, ແຂວງ ວິ້ງຟູກ ໄດ້ຮັບການສະໜັບສະໜູນຈາກບັນດາອົງການຈັດຕັ້ງ, ວິສາຫະກິດ ດ້ວຍຈຳນວນເງິນເກືອບ 16 ຕື້ດົ່ງ.

ໃນວັນດຽວກັນ, ແຂວງ ຫາຍເຢືອງ ໄດ້ມອບຈຳນວນເງິນ 4 ຕື້ດົ່ງໃຫ້ແກ່ 2 ແຂວງ ບັກຢາງ ແລະ ບັກນິງ ເພື່ອປ້ອງກັນ, ຕ້ານໂລກລະບາດໂຄວິດ-19.

ຕອບກັບ

ຂ່າວ/ບົດ​ອື່ນ