ທ່ານນາຍົກລັດຖະມົນຕີ ຟ້າມມີນຈິງ ຮຽກຮ້ອງຍູ້ໄວລະດັບຄວາມຄືບໜ້າໃນການຜະລິດວັກຊິນຢູ່ພາຍໃນປະເທດ

(VOVWORLD) -ສູ້ຊົນຊ້າສຸດແມ່ນໃນເດືອນ ມິຖຸນາ 2022 ຈະສາມາດຜະລິດວັກຊິນໄດ້, ແຕ່ຕ້ອງເຄົາລົບຕາມຂັ້ນຕອນ, ຂໍ້ກຳນົດຂອງຫວຽດນາມ ແລະ ອົງການອະນາໄມໂລກ (WTO) ກ່ຽວກັບການຕີລາຄາ ແລະ ຮັບຮອງຢ່າງເຂັ້ມງວດ.
ທ່ານນາຍົກລັດຖະມົນຕີ ຟ້າມມີນຈິງ ຮຽກຮ້ອງຍູ້ໄວລະດັບຄວາມຄືບໜ້າໃນການຜະລິດວັກຊິນຢູ່ພາຍໃນປະເທດ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄປຢ້ຽມຢາມບາງຮາກຖານຜະລິດວັກຊິນ, ຜະລິດຕະພັນການແພດ
(ພາບ: VGP)

ພາຍຫຼັງການຢ້ຽມຢາມ ແລະ ເຮັດວຽກໂດຍກົງຫວ່າງມໍ່ໆມານີ້ຢູ່ບາງຮາກຖານຜະລິດວັກຊິນ, ຜະລິດຕະພັນການແພດຮັບໃຊ້ວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ຮຽກຮ້ອງວ່າຕ້ອງສຸມໃສ່ຊີ້ນຳນຳພາ, ສ້າງເງື່ອນໄຂສະດວກທີ່ສຸດເທົ່າທີ່ຈະເຮັດໄດ້, ໃຫ້ບຸລິມະສິດຈັດແບ່ງແຫຼ່ງກຳລັງເພື່ອຊຸກຍູ້ຄວາມຄືບໜ້າໃນການຄົ້ນຄວ້າ, ຖ່າຍທອດເຕັກໂນໂລຊີໄວທີ່ສຸດ ເພື່ອສາມາດນຳໃຊ້ວັກຊິນຜະລິດຢູ່ພາຍໃນປະເທດ, ຮັບໃຊ້ວຽກງານປ້ອງກັນ ຕ້ານໂລກລະບາດໂຄວິດ-19 ຢ່າງທັນການ. ສູ້ຊົນຊ້າສຸດແມ່ນໃນເດືອນ ມິຖຸນາ 2022 ຈະສາມາດຜະລິດວັກຊິນໄດ້, ແຕ່ຕ້ອງເຄົາລົບຕາມຂັ້ນຕອນ, ຂໍ້ກຳນົດຂອງຫວຽດນາມ ແລະ ອົງການອະນາໄມໂລກ (WTO) ກ່ຽວກັບການຕີລາຄາ ແລະ ຮັບຮອງຢ່າງເຂັ້ມງວດ.

        ທ່ານນາຍົກລັດຖະມົນຕີໄດ້ມອບໃຫ້ກະຊວງສາທາລະນະສຸກຫວຽດນາມ ເປັນປະທານສົມທົບກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ສ້າງແຜນການຖ່າຍທອດ, ຄົ້ນຄວ້າ, ຜະລິດຮັບຮອງວັກຊິນ; ເປັນເຈົ້າການ, ສົມທົບກັບ WHO ຢ່າງແໜ້ນແຟ້ນ ເພື່ອດຳເນີນບັນດາລະບຽບການທີ່ຈຳເປັນຕາມຂໍ້ກຳນົດກ່ຽວກັບເລື່ອງຮັບຮອງເອົາວັກຊິນຜະລິດຢູ່ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ