ທ່ານນາຍົກລັດຖະມົນຕີ ລາວ ໄປຢ້ຽມຢາມ ກຳປູເຈຍ ຢ່າງເປັນທາງການ

(VOVWORLD) -ທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ສະເໜີໃຫ້ 2 ຝ່າຍຈົ່ງສືບຕໍ່ປຶກສາຫາລື ເພື່ອລົງນາມໃນຂໍ້ຕົກລົງຄູ່ຮ່ວມມືຍຸດທະສາດຮອບດ້ານ
ທ່ານນາຍົກລັດຖະມົນຕີ ລາວ ໄປຢ້ຽມຢາມ ກຳປູເຈຍ ຢ່າງເປັນທາງການ - ảnh 1(ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Sen ແລະ ທ່ານນາຍົກລັດຖະມົນຕີລາວ ພັນຄຳ ວິພາວັນ)

ໂດຍໄດ້ຮັບຄຳເຊື້ອເຊີນຈາກທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Sen, ທ່ານນາຍົກລັດຖະມົນຕີລາວ ພັນຄຳ ວິພາວັນ ໄດ້ໄປຢ້ຽມຢາມ ກຳປູເຈຍ ຢ່າງເປັນທາງການໃນລະຫວ່າງວັນທີ 29 – 30 ພະຈິກ. ທ່ານນາຍົກລັດຖະມົນຕີ ລາວ ແມ່ນການນຳຂັ້ນສູງຕ່າງປະເທດທຳອິດມາຢ້ຽມຢາມ ກຳປູເຈຍ, ພາຍຫຼັງປະເທດນີ້ຖະແຫຼງເປີດປະຕູ.

        ກ່າວຄຳເຫັນທີ່ການເຈລະຈາກັບທ່ານນາຍົກລັດຖະມົນຕີ Hun Sen ຢູ່ນະຄອນຫຼວງ ພະນົມເປັນ, ທ່ານນາຍົກລັດຖະມົນຕີລາວ ພັນຄຳ ວິພາວັນ ສະແດງການສະໜັບສະໜູນ ກຳປູເຈຍ ຮັບດຳລົງຕຳແໜ່ງປະທານ ອາຊຽນ ໃນປີ 2022. ທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ສະເໜີໃຫ້ 2 ຝ່າຍຈົ່ງສືບຕໍ່ປຶກສາຫາລື ເພື່ອລົງນາມໃນຂໍ້ຕົກລົງຄູ່ຮ່ວມມືຍຸດທະສາດຮອບດ້ານ, ຊຸກຍູ້ການຮ່ວມມືໃນບັນດາຂົງເຂດຄື: ເສດຖະກິດ, ວັດທະນະທຳ, ການສຶກສາ…

        ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Sen ກໍ່ສະເໜີໃຫ້ ສປປ ລາວ ພິຈາລະນາ ອະນຸຍາດໃຫ້ປະຊາຊົນ 2 ປະເທດໄດ້ໄປທ່ອງທ່ຽວຢູ່ທັງ 2 ປະເທດ. ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ Hun Sen ໄດ້ມອບໃຫ້ລັດຖະບານ ແລະ ປະຊາຊົນ ລາວ ຈຳນວນເງິນ 13 ລ້ານ USD, ວັກຊິນກັນໂຄວິດ-19 ຈຳນວນ 500.000 ໂດສ ແລະ ລົດຂົນສົ່ງວັກຊິນ 2 ຄັນ.

ຕອບກັບ

ຂ່າວ/ບົດ​ອື່ນ