ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເໜີ​ໃຫ້ IMF ຮ່ວມ​ເດີນ​ທາ​ງ​ກັບ ຫວຽດ​ນາມ ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ

(VOVWORLD) -ໂດຍສືບຕໍ່ໂຄງການປະຕິບັດງານຢູ່ ອາເມລິກາ, ວັນທີ 16 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ມີການໂອ້ລົມທາງໂທລະສັບກັບທ່ານຮອງຜູ້ອຳນວຍການໃຫຍ່ກອງທຶນເງິນຕາສາກົນ (IMF) Antoinette Monsio Sayeh. 
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເໜີ​ໃຫ້ IMF ຮ່ວມ​ເດີນ​ທາ​ງ​ກັບ ຫວຽດ​ນາມ ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ 

ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ IMF ໃຫ້ຄຳປຶກສາ, ຂໍ້ສະເໜີແນະນະໂຍບາຍ ແລະ ໜູນຊ່ວຍດ້ານເຕັກນິກ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ຊ່ວຍໃຫ້ລັດຖະບານ ຫວຽດນາມ ວາງແຜນກຳນົດ ແລະ ຜັນຂະຫຍາຍແຜນການພັດທະນາເສດຖະກິດ - ສັງຄົມໄລຍະ 5 ປີ (2021 - 2025) ແລະ ຍຸດທະສາດພັດທະນາເສດຖະກິດ - ສັງຄົມຄັ້ງໄລຍະ 10 ປີ (2021 - 2030) ຢ່າງມີປະສິດທິຜົນ, ຮ່ວມເດີນທາງກັບ ຫວຽດນາມ ໃນການພັດທະນາເສດຖະກິດ - ສັງຄົມ.

ທ່ານຮອງຜູ້ອຳນວຍການໃຫຍ່ IMF ຢັ້ງຢືນວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືທີ່ດີຂອງ IMF, IMF ພ້ອມແລ້ວທີ່ຈະໜູນຊ່ວຍຫວຽດນາມ ຕາມບັນດາຂໍ້ສະເໜີຂອງ ນາຍົກລັດຖະມົນຕີ, ໃນນັ້ນຈະສືບຕໍ່ໜູນຊ່ວຍຫວຽດນາມ ໃນການໃຫ້ຄຳປຶກສາກໍ່ສ້າງນະໂຍບາຍ, ທ່ານກໍ່ມີຄວາມຫວັງຢາກມາຢ້ຽມຢາມ, ເຮັດວຽກໂດຍກົງ ກັບອົງການທີ່ມີໜ້າທີ່ຄວາມຮັບຜິດຊອບ ຂອງ ຫວຽດນາມ ເພື່ອໃຫ້ມີບັນດາລາຍການລະອຽດ.

ຕອບກັບ

ຂ່າວ/ບົດ​ອື່ນ