ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກວດກາວຽກງານກະກຽມໃຫ້ກອງປະຊຸມ WEF – ASEAN 2018

(VOVWORLD) - ໄດ້ສົມທົບກັບເວທີປາໄສເສດຖະກິດ (WEF) ເຮັດສຳເລັດການກະກຽມບັນດາລາຍການ ແລະ ເນື້ອໃນລະອຽດໃຫ້ແກ່ບັນດາວາລະປະຊຸມ
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກວດກາວຽກງານກະກຽມໃຫ້ກອງປະຊຸມ WEF – ASEAN 2018 - ảnh 1 ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄປກວດກາການກະກຽມຈັດຕັ້ງກອງປະຊຸມ WEF - ASEAN

ຕອນບ່າຍວັນທີ 9 ກັນຍາ 2018, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ກວດກາສະຖານທີ່ຈັດຕັ້ງບັນດາການເຄື່ອນໄຫວຕົ້ນຕໍຂອງກອງປະຊຸມເວທີປາໄສເສດຖະກິດໂລກ - ອາຊຽນ (WEF – ASEAN) 2018 ຢູ່ສູນປະຊຸມແຫ່ງຊາດ.

        ເມື່ອລາຍງານຕໍ່ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ຄະນະຈັດຕັ້ງໃຫ້ຮູ້ວ່າ: ໄດ້ສົມທົບກັບເວທີປາໄສເສດຖະກິດ (WEF) ເຮັດສຳເລັດການກະກຽມບັນດາລາຍການ ແລະ ເນື້ອໃນລະອຽດໃຫ້ແກ່ບັນດາວາລະປະຊຸມ, ເປັນເອກະພາບສູງນັບແຕ່ຫົວຂໍ້ຂອງກອງປະຊຸມຕະຫຼອດຮອດເນື້ອໃນຂອງວາລະປຶກສາຫາລືປະມານ 60 ຄັ້ງ. ວຽກງານພິທີການ, ປ້ອງກັນຄວາມສະຫງົບ, ພະລາທິການໄດ້ຮັບການກະກຽມຢ່າງຮອບຄອບຖີ່ຖ້ວນເພື່ອຕ້ອນຮັບປະທານາທິບໍດີ 6 ທ່ານ ແລະ ທ່ານນາຍົກລັດຖະມົນຕີ ຂອງ 6 ປະເທດ, ເຈົ້າໜ້າທີ່ຂອງຫຼາຍປະເທດອື່ນໆ ນັບແຕ່ຢູ່ສະໜາມບິນ, ກະກຽມຍານພາຫະນະໄປມາ ແລະ ຮັບປະກັນຄວາມປອດໄພ. ເລື່ອງສົມທົບກັນລະຫວ່າງຝ່າຍ ຫວຽດນາມ ແລະ ເວທີປາໄສເສດຖະກິດໂລກ ແມ່ນແໜ້ນແຟ້ນ ແລະ ມີຄວາມເປັນເອກະພາບສູງ.

   ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕີລາຄາສູງບັນດາອະນຸກຳມະການປະຕິບັດບັນດາໜ້າທີ່ໄດ້ຮັບມອບໝາຍໃຫ້ ແລະ ບັນດາຄຳຊີ້ນຳຂອງນາຍົກລັດຖະມົນຕີເປັນຢ່າງດີ, ສົມທົບກັນຢ່າງຄົບຊຸດ ແລະ ເປັນເຈົ້າການກັບເວທີປາໄສເສດຖະກິດໂລກເພື່ອກະກຽມບັນດາເນື້ອໃນໃຫ້ດີທີ່ສຸດ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກເຖິງໜ້າທີ່ສຳຄັນຂອງສື່ມວນຊົນແມ່ນໂຄສະນາພາບພົດຂອງປະເທດ ແລະ ປະຊາຊົນ ຫວຽດນາມ. ຍ້ອນຄວາມສຳຄັນຂອງກອງປະຊຸມສຸດຍອດການດຳເນີນທຸລະກິດ, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງກະກຽມເນື້ອໃນ ແລະ ວຽກງານພະລາທິການໃຫ້ດີທີ່ສຸດ ເພື່ອເຫດການຈະໄດ້ດຳເນີນໄປຢ່າງສຳເລັດຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ