ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບທະນາຄານ BTMU ຍີ່ປຸ່ນ ແລະ ກຸ່ມບໍລິສັດ Huawei ຈີນ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບທະນາຄານ BTMU ຍີ່ປຸ່ນ ແລະ ກຸ່ມບໍລິສັດ Huawei ຈີນ - ảnh 1
ທ່ານ​ ຫງວຽນ​ຊວນ​ຟຸກ ຕ້ອນຮັບ ​ທ່ານ Takashi Oyamada
(ພາບ: TTXVN)

(vovworld) – ​ ຕອນ​ບ່າຍ​ວັນ​ທີ 15/02, ຢູ່​ສຳນັກ​ງານ​ລັດຖະບານ ຫວຽດນາມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຕ້ອນຮັບ​ທ່ານ Takashi Oyamada ຜູ້ອຳນວຍການ​ໃຫຍ່​ທະນາຄານ The Bank of Tokyo Mitsubishi – UFJ (BTMU), ຍີ່ປຸ່ນ ທີ່ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ເນັ້ນ​ໜັກ​ວ່າ ປະຈຸ​ບັນ, ລັດຖະບານ ຫວຽດນາມ ພວມ​ມານະ​ພະຍາຍາມ​ປັບປຸງ​ສະພາບ​ແວ​​ດລ້ອມ​ແຫ່ງ​ການ​ລົງທຶນ ​ເພື່ອ​ແນ​ໃສ່​ດຶງ​ດູດ​ບັນດາ​ການ​ເຄື່ອນ​ໄຫວ​ລົງທຶນ​ຈາກ​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ​ຫລາຍກ່ວາ​ອີກ ​ໃນ​ນັ້ນ​ມີ ຍີ່ປຸ່ນ. ທ່ານ​ນາຍົກລັດຖະມົນຕີ ຢືນຢັນ​ວ່າ ຫວຽດນາມ ປາດ​ຖະໜາ​ຢາກ​ບັນດາ​ວິ​ສາ​ຫະກິດ ຍີ່ປຸ່ນ ​ເອົາ​ໃຈ​ໃສ່​ຫລາຍ​ກ່ວາ​ອີກ ​ເຖິງ​ຕະຫລາດ ຫວຽດນາມ ​ເພື່ອ​​ໃຫ້ ຍີ່ປຸ່ນ ກາຍ​ເປັນ​ແຖວ​ໜ້າ​ໃນ​ຈຳນວນ​ປະ​ເທດ​ລົງທຶນ​ເຂົ້າ ຫວຽດນາມ. ບັນດາ​ວິ​ສາ​ຫະກິດ ຫວຽດນາມ ຍາມ​ໃດ​ກໍ່​ປາ​ດຖະໜາ​ຢາກ​ຮ່ວມ​ມື​ກັບ​ວິ​ສາ​ຫະກິດ ຍີ່ປຸ່ນ ​ເພື່ອຖອດ​ຖອນ​ບົດຮຽນ​ກ່ຽວ​ກັບ​ການ​ບໍລິຫານ​ ກໍ່​ຄື​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ​ຂອງ​ບັນດາ​ວິ​ສາ​ຫະກິດ ຍີ່ປຸ່ນ.

        ທີ່​ການ​ຕ້ອນຮັບ​ທ່ານ​ນາງ ສ໋ວນຢາ​ຟ໋າງ ປະທານ​ກຸ່ມ​ບໍລິສັດ Huawei, ຈີນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ປາດ​ຖະໜາ​ວ່າ Huawei ຈະຍູ້​ແຮງ​ການ​ຮ່ວມ​ມື​ກັບ​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ​ໃນ​ຂົງ​ເຂດຮັບປະກັນຄວາມ​ປອດ​ໄພດ້ານ​ຂໍ້​ມູນ​ຂ່າວສານ ​ເພາະວ່າ ຫວຽດນາມ ກໍ່​ມີ​ບັນດາ​ວິ​ສາ​ຫະກິດ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ​ທີ່​ມີ​ຊື່​ສຽງ ດ້ວຍ​ຄວາມ​ສາມາດ​ບົ່​ມຊ້ອນ​ພັດທະນາ​ຢ່າງ​ແຮງ​ໃນ​ອະນາ​ຄົດ. ທ່ານ​ນາຍົກລັດຖະມົນຕີຢືນຢັນ​ວ່າ ລັດຖະບານ ຫວຽດນາມ ຈະ​ສ້າງ​ເງື່ອນ​ໄຂສະດວກ​ໃຫ້​ແກ່ການ​ຮ່ວມ​ມື​ນີ້ ​ໃນ​ໄລຍະ​ຈະ​ມາ​ເຖິງ. ສ່ວນທ່ານ​ນາງ ສ໋ວນຢາ​ຟ໋າງ ກໍ່ຢືນຢັນ​ວ່າ Huawei ປາດ​ຖະໜາ​ຢາກ​ຮ່ວມ​ມື​ພັດທະນາ​ໂຄງ​ລ່າງ, ລະບົບ ​ແລະ ຜະລິດ​ຕະພັນ​ຮັບປະກັນ​ຄວາມ​ປອດ​ໄພ​ດ້ານຂໍ້​ມູນ​ຂ່າວສານ​ກັບ​ບັນດາ​ວິ​ສາ​ຫະກິດ ຫວຽດນາມ. ຜູ້ຕາງໜ້າ​ການ​ນ​ຳ Huawei ກໍ່​ໃຫ້​ຄຳ​ໝັ້ນ​ສັນຍາ​ຮັບປະກັນ​ຄວາມ​ປອດ​ໄພຂໍ້​ມູນ​ຂ່າວ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ​ໃນ​ບັນດາ​ຜະ ລິດ​ຕະພັນ​ຂອງ Huawei ຢູ່ຕະຫລາດ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ