ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບທ່ານ ເພັດ ພົມພິພັກ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີລາວ

(VOVWORLD) -ຕອນເຊົ້າວັນທີ 5 ຕຸລາ, ຢູ່ສໍານັກງານລັດຖະບານຫວຽດນາມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ມີການຕ້ອນຮັບ ທ່ານ ເພັດ ພົມພິພັກ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີລາວ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບທ່ານ ເພັດ ພົມພິພັກ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີລາວ  - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບ ທ່ານ ເພັດ ພົມພິພັກ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີລາວ

ທີ່ການຕ້ອນຮັບ,  ທ່ານ ເພັດ ພົມພິພັກ ໄດ້ ສົ່ງຄໍາແບ່ງເບົາເສົ້າຄວາມສະຫຼົດໃຈຢ່າງສຸດຊື້ງຈາກການນໍາພັກ, ລັດ ແລະ ປະຊາຊົນ ລາວ ມາຍັງ ການນໍາພັກ, ລັດ ແລະ ປະຊາຊົນຫວຽດນາມ ຕໍ່ການຈາກໄປຂອງທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ.

        ທ່ານລັດຖະມົນຕີ ເພັດ ພົມພິພັກ ໄດ້ແຈ້ງໃຫ້ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຮັບຊາບ ກ່ຽວກັບສະພາບການເສດຖະກິດ-ສັງຄົມ ຂອງ ລາວ ໃນໄລຍະຜ່ານມາ. ພ້ອມທັງໃຫ້ຮູ້ວ່າ ລັດຖະບານລາວ ປາດຖະໜາວ່າ ລັດຖະບານຫວຽດນາມ ຈະສືບຕໍ່ຮ່ວມມື, ແບ່ງປັນບົດຮຽນໃນການ ບໍລິຫານ, ຄຸ້ມຄອງເສດຖະກິດມະຫາພາກ, ໃນນັ້ນ ມີເລື່ອງສົ່ງນັກຊ່ຽວຊານທີ່ມີຄວາມຊໍານານໄປຮ່ວມມືກັບບັນດານັກຊ່ຽວຊານຂອງລາວ.

        ທ່ານນາຍົກລັກຖະມົນຕີ ຫງວຽນຊວນຟຸກ ຕີລາຄາສູງຕໍ່ບັນດາໝາກຜົນທີ່ມີພົ້ນເດັ່ນພໍສົມຄວນຂອງເສດຖະກິດ-ສັງຄົມ ລາວ ໃນໄລຍະຜ່ານມາ ແລະ ເຫັນດີກັບຄໍາສະເໜີຂອງທ່ານລັດຖະມົນຕີ ກ່ຽວກັບເລື່ອງແບ່ງປັນບັນດາບົດຮຽນໃນການຄຸ້ມຄອງ, ພັດທະນາເສດຖະກິດສັງຄົມຂອງຫວຽດນາມ ກັບ ລາວ. ທ່ານນາຍົກລັດຖະມົນຕີມອບໃຫ້ການນໍາບັນດາກະຊວງ, ຂະແໜງການຂອງຫວຽດນາມ ສືບຕໍ່ຍູ້ແຮງການຮ່ວມມືກັບບັນດາກະຊວງ, ຂະແໜງການຂອງລາວ ເພື່ອຊຸກຍູ້ການພັດທະນາເສດຖະກິດຂອງ ລາວ ໃນໄລຍະຈະມາເຖິງ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍສະເໜີໃຫ້ບັນດາກະຊວງ, ຂະແໜງການສອງປະເທດ ຈົ່ງຊຸກຍູ້ບັນດາໂຄງການ, ຂໍ້ຕົກລົງ ແລະ ໂຄງການຮ່ວມມືທີ່ພວມຜັນຂະຫຍາຍ, ປະກອບສ່ວນເຂົ້າໃນການຊຸກຍູ້ພັດທະນາເສດຖະກິດ-ສັງຄົມຂອງແຕ່ລະປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ