ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບປະທານສະພາສູງສະຫະພັນ ລັດເຊຍ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບປະທານສະພາສູງສະຫະພັນ ລັດເຊຍ - ảnh 1
ທ່ານ​ນາຍົກລັດຖະ​ມົນຕີ ຫງວຽນ​ຊວນ​ຟຸກ ​ໃຫ້ການ​ຕ້ອນຮັບ
​ທ່ານ​ນາງ Valentina Ivanovna Matviyenko
(ພາບ: VGP)

(vovworld) - ວັນ​ທີ 21/02 ຢູ່​ສຳນັກງານ​ລັດຖະບານ ຫວຽດນາມ, ທ່ານ​ນາຍົກລັດຖະ​ມົນຕີ ຫງວຽນ​ຊວນ​ຟຸກ ​ໃຫ້ການ​ຕ້ອນຮັບ​ທ່ານ​ນາງ Valentina Ivanovna Matviyenko ປະທານ​ສະພາ​ສູງ​ສະຫະພັນ ລັດ​ເຊຍ ພວມ​ມີ​ການ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ທິກີ​ມ​ເງິນ. ທ່ານ​ນາຍົກລັດຖະ​ມົນຕີ ຫງວຽນ​ຊວນ​ຟຸກ ຢືນຢັນ​ວ່າ: ຫວຽດນາມ ຍາມ​ໃດ​ກໍ່​ໃຫ້​ບຸລິມະສິດ​ ​ປັບປຸງ ​ແລະ ​ເພີ່ມ​ທະວີ​ການ​ພົວພັນຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ກັບ​ສະຫະພັນ ລັດ​ເຊຍ. ທ່ານ​ນາຍົກລັດຖະ​ມົນຕີ ຫງວຽນ​ຊວນ​ຟຸກ ສະ​ເໜີ 2 ຝ່າຍ​ສືບ​ຕໍ່​ກົນ​ໄກ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ. ທ່ານ​ນາຍົກລັດຖະ​ມົນຕີຖື​ວ່າ: ​ເພື່ອ​ສ້າງ​ບາດກ້າວ​ບຸກທະລຸ ​​ແນ​ໃສ່​ບັນລຸ​ຄາດໝາຍ​ຍົກ​ວົງ​ເງິນ​ການ​ຄ້າ 2 ຝ່າຍ​ຂຶ້ນ​ເຖິງ 10 ຕື້ USD ​ໃນ​ປີ 2020, ບັນດາ​ກະຊວງ, ຂະ​ແໜງການ​ທີ່​ກ່ຽວຂ້ອງ​ຂອງ ຫວຽດນາມ ​ແລະ ສະຫະພັນ ລັດ​ເຊຍ ຄວນ​ສົ​ມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ຄົບ​ຊຸດ​ຜັນ​ຂະຫຍາຍ​ສັນຍາ​ການ​ຄ້າ​ເສລີ ຫວຽດນາມ - ສຳພັນ​ທະ​ມິດ​ເສດຖະກິດ ອາຊີ - ​ເອີ​ລົບ ຢ່າງ​ມີ​ປະສິດທິ​ຜົນ. ທ່ານ​ນາຍົກລັດຖະ​ມົນຕີ ຫງວຽນ​ຊວນ​ຟຸກ ​ເນັ້ນ​ໜັກ​ວ່າ ຫວຽດນາມ ຍາມ​ໃດ​ກໍ່​ຖື ລັດ​ເຊຍ ​ແມ່ນຄູ່ຮ່ວມ​ມື​ບຸລິມະສິດ​ໃນ​ການ​ຮ່ວມ​ມື​ດ້ານ​​ເຕັກນິກ​ການ​ທະຫານ ​ແລະ ປາດ​ຖະໜາ​ຢາກ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ ລັດ​ເຊຍ ກ່ຽວ​ກັບ​ການ​ປ້ອງ​ກັນຊາ​ດ - ປ້ອງ​ກັນ​ຄວາມ​ສະຫງົບ.

        ສ່ວນ​ທ່ານ​ນາງ Valentina Ivanovna Matviyenko ປະທານ​ສະພາ​ສູງ​ສະຫະພັນ ລັດ​ເຊຍ ສະ​ເໜີ 2 ຝ່າຍ​ສືບ​ຕໍ່​ຂຸດ​ຄົ້ນ​​ບັນດາ​ຄວາມ​ສາມາດ​ບົ່​ມຊ້ອນ​ຂອງ​ແຕ່ລະ​ຝ່າຍຢ່າງ​ແຮງ ​ເພື່ອ​ເສີມ​ຂະຫຍາຍ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​. ນອກ​ນັ້ນ 2 ປະ​ເທດ​ຄວນ​ຮັກສາ ​ແລະ ​ເພີ່ມ​ທະວີ​ການ​ແລ​ກປ່ຽນ​ຄະນະ​ຜູ້​ແທນ, ພິ​ເສດ​ແມ່ນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ. ທ່ານ​ນາງ Matviyenko ຖື​ວ່າ: 2 ຝ່າຍ​ຍູ້​ແຮງ​ການ​ແລກປ່ຽນ​ວັດທະນະທຳ, ການ​ທູດ​ປະຊາຊົນ​ກ່ວາ​ອີກ; ຫັນ​ການ​ຮ່ວມ​ມື​ເສດຖະກິດ​ການ​ຄ້າ​ເປັນ​ຫລາຍ​ຮູບ​ຫລາຍ​ແບບ ​ເພື່ອ​ແນ​ໃສ່​ຂຸດ​ຄົ້ນ ​ແລະ ນຳ​ໃຊ້​ສັນຍາ​ການ​ຄ້າ​ເສລີ ຫວຽດນາມ - ສຳພັນ​ທະ​ມິດ​ເສດຖະກິດ ອາຊີ - ​ເອີ​ລົບ ໃຫ້ມີປະສິດທິຜົນ. ສະຫະພັນ ລັດເຊຍ ປາດຖະໜາຢາກເພີ່ມທະວີການຮ່ວມມືກັບ ຫວຽດນາມ ໃນຂົງເຂດກັ່ນຕອງນ້ຳມັນ, ອາຍແກັສແມ່ນທ່າແຮງຂອງ ລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ