ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະ 2 ຝ່າຍຢູ່ນອກກອງປະຊຸມ WEF Davos 2019

(VOVWORLD) -  ຢູ່ນອກກອງປະຊຸມ WEF Davos 2019, ຢູ່ປະເທດ ສະວິດ, ໃນວັນທີ 24 ມັງກອນ, ຕາມເວລາທ້ອງຖິ່ນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ມີບັນດາການພົບປະແລກປ່ຽນ 2 ຝ່າຍ.

ທີ່ການຕ້ອນຮັບພະລາຊີນີ ໂຮນລັງ Maxima, ທູດພິເສດຂອງທ່ານເລຂາທິການໃຫຍ່ສະຫະປະຊາຊາດກ່ຽວກັບການເງິນຮອບດ້ານເພື່ອການພັດທະນາ ແລະ ແມ່ນນັກຊ່ຽວຊານທີ່ມີອິດທິພົນຊື່ສຽງຂອງສະຫະປະຊາຊາດກ່ຽວກັບຂົງເຂດການເງິນຈຸລະພາກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຢືນຢັນວ່າ: ຫວຽດນາມ ພວມສຸມໃສ່ສ້າງຍຸດທະສາດລະດັບຊາດກ່ຽວກັບການເງິນຮອບດ້ານ. ນີ້ແມ່ນພື້ນຖານສຳຄັນທີ່ສຸດ ເພື່ອໃຫ້ ຫວຽດນາມ ບັນລຸໄດ້ບັນດາເປົ້າໝາຍກ່ຽວກັບການເງິນຮອບດ້ານເວົ້າສະເພາະ ແລະ ບັນດາເປົ້າໝາຍລວມກ່ຽວກັບການພັດທະນາເສດຖະກິດສັງຄົມ ແລະ ພັດທະນາແບບຍືນຍົງຂອງສະຫະປະຊາຊາດ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະ 2 ຝ່າຍຢູ່ນອກກອງປະຊຸມ WEF Davos 2019 - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບທ່ານປະທານບໍລິຫານ ແລະ ກໍ່ຕັ້ງ WEF Klaus Schwab  (ພາບ: TTXVN)

        ທີ່ການຕ້ອນຮັບທ່ານນາງ Carrie ປະທານເຂດປົກຄອງພິເສດ ຮົ່ງກົງ (ຈີນ), ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຢືນຢັນວ່າ: ຫວຽດນາມ ພ້ອມແລ້ວທີ່ຈະສ້າງຄວາມສະດວກໃຫ້ແກ່ບັນດາວິສາຫະກິດໃຫຍ່ຂອງ ຮົ່ງກົງ (ຈີນ) ເປີດກ້ວາງການລົງທຶນເຂົ້າ ຫວຽດນາມ, ເປັນຕົ້ນແມ່ນໃນບັນດາຂົງເຂດການບໍລິການຂົນສົ່ງ, ກໍ່ສ້າງພື້ນຖານໂຄງລ່າງ, ເຄື່ອງອາໄຫຼ່ເອເລັກໂຕນິກ, ອຸດສາຫະກຳສຳຮອງ…

        ທີ່ການຕ້ອນຮັບທ່ານປະທານຄະນະກຳມະການ ເອີຣົບ, ທ່ານຮອງນາຍົກລັດຖະມົນຕີ ຮູມານີ, ທ່ານເລຂາທິການໃຫຍ່ອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD), ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ: ປັດຈຸບັນ, ອີຢູ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 4 ຂອງ ຫວຽດນາມ, ເປັນຕະຫລາດສົ່ງອອກໃຫຍ່ອັນດັບທີ 2 ແລະ ເປັນນັກລົງທຶນໃຫຍ່ຂອງ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີວ່າ ຄວນຊຸກຍູ້ເພື່ອໃຫ້ EVFTA ໄດ້ຮັບການລົງນາມ, ໃຫ້ສັດຕະຍາບັນໃນໄຕມາດທີ 1 ປີ 2019 ຕອບສະໜອງຜົນປະໂຫຍດຂອງທັງ 2 ຝ່າຍ, ສ້າງກຳລັງໜູນໃໝ່ໃຫ້ແກ່ການພົວພັນລະຫວ່າງ ຫວຽດນາມ - ອີຢູ, ພິເສດແມ່ນທາງດ້ານເສດຖະກິດ.

        ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ກໍ່ມີການພົບປະກັບບັນດາກຸ່ມບໍລິສັດໃຫຍ່ໃນໂລກຄື: Siemens, Qualcomn, Google, Total, Allianz, JBIC, GE, Prudential.

ຕອບກັບ

ຂ່າວ/ບົດ​ອື່ນ