ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບບັນດາເອກອັກຄະລັດຖະທູດ, ຜູ້ຕາງໜ້າອົງການທູຕານຸທູດ

(VOVWORLD) - ທີ່ການພົບປະຢູ່ນອກກອງປະຊຸມກ່ຽວກັບການພັດທະນາແບບຍືນຍົງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດ, ໃນຕອນເຊົ້າວັນທີ 27 ກັນຍາ, ຢູ່ນະຄອນ ເກີນເທີ. 
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບບັນດາເອກອັກຄະລັດຖະທູດ, ຜູ້ຕາງໜ້າອົງການທູຕານຸທູດ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານ ເອກອັກຄະລັດຖະທູດ ຊູແອດ Pereric Hogberg 

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ພົບປະກັບທ່ານ ເອກອັກຄະລັດຖະທູດ ສະຫະພັນ ເຢຍລະມັນ Christian Berger, ທ່ານເອກອັກຄະລັດຖະທູດ ອົດສະຕາລີ Craig Chittick, ເອກອັກຄະລັດຖະທູດ ຊູແອດ Pereric Hogberg ແລະ ອັກຄະລັດຖະທູດ ຍີ່ປຸ່ນ Jun Yanagi. ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຊີ້ແຈ້ງວ່າ ລັດຖະບານ ຫວຽດນາມ ຂອບອົກຂອບໃຈຕໍ່ການຮ່ວມມື ແລະ ການໜູນຊ່ວຍມີປະສິດທິຜົນຂອງບັນດາປະເທດ ແລະ ໃຫ້ຮູ້ວ່າ: ບັນດາໂຄງການໜູນຊ່ວຍນີ້ໄດ້ປະກອບສ່ວນຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ, ພິເສດແມ່ນໃນບັນດາຂົງເຂດສ້າງວິຊາຊີບ, ພະລັງງານ, ປົກປັກຮັກສາສິ່ງແວດລ້ອມ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ບົນຈິດໃຈນັ້ນ, ທ່ານນາຍົກລັດຖະມົນຕີໄດ້ສະແດງຄວາມຫວັງວ່າ ບັນດາເອກອັກຄະລັດຖະທູດ ສືບຕໍ່ໜູນຊ່ວຍເຂດທົ່ງພຽງແມ່ນ້ຳຂອງ ສ້າງແຜນກຳນົດສັງລວມພັດທະນາເໝາະສົມກັບທ່າແຮງຂອງທ້ອງຖິ່ນ, ປະກອບສ່ວນເຂົ້າໃນຜົນສຳເລັດຂອງກອງປະຊຸມ ແລະ ຊຸກຍູ້ການພົວພັນຮ່ວມມື ລະຫວ່າງ ຫວຽດນາມ ແລະ ແຕ່ລະປະເທດນັບມື້ນັບແທດຈິງ ແລະ ມີປະສິດທິຜົນກ່ວາ.

ຕອບກັບ

ຂ່າວ/ບົດ​ອື່ນ