ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສົ່ງຈົດໝາຍອວຍພອນບຸນປີໃໝ່ Choi Chanm Thmay

(VOVWORLD) - ເນື່ອງໃນໂອກາດບຸນປີໃໝ່ Choi Chnam Thmay 2019, ວັນທີ 02 ເມສາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ສົ່ງຈົດໝາຍອວຍພອນບຸນປີໃໝ່ Choi Chnam Thmay ເຖິງພະສົງສຳມະເນນ ແລະ ພໍ່ແມ່ຊາວເຜົ່າຂະແມທັງຢູ່ພາຍໃນ ແລະ ຕ່າງປະເທດ. 

ເນື້ອໃນຈົດໝາຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຂຽນວ່າ: ໃນຊຸມປີຜ່ານມາ, ດ້ວຍຄວາມສາມັກຄີ, ເປັນເອກະພາບ, ຮ່ວມແຮງຮ່ວມໃຈຂອງທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ, ປະເທດຊາດບັນລຸໄດ້ຜົນງານສຳຄັນຫລາຍຢ່າງ, ຮອບດ້ານໃນທຸກຂົງເຂດ; ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງຢ່າງເຫັນໄດ້ຊັດ, ກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດໄດ້ຮັບການເພີ່ມທະວີຢ່າງໝັ້ນແກ່ນ. ໃນຜົນງານພັດທະນາລວມຂອງທົ່ວປະເທດ, ມີຄວາມມານະພະຍາຍາມ, ການປະກອບສ່ວນອັນໃຫຍ່ຫລວງຂອງພໍ່ແມ່ປະຊາຊົນ ແລະ ບັນດາພະສົງສຳມະເນນຊາວເຜົ່າຂະແມ.

        ປີ 2019, ທ່ານນາຍົກລັດຖະມົນຕີປາດຖະໜາວ່າ ບັນດາພະສົງສຳມະເນນ ແລະ ພໍ່ແມ່ຊາວເຜົ່າຂະແມທັງຢູ່ພາຍໃນ ແລະ ຕ່າງປະເທດ ຈະສືບຕໍ່ສາມັກຄີກັນ, ສູ້ຊົນຍາດໄດ້ບັນດາຜົນງານອັນໃຫຍ່ຫລວງກ່ວາອີກ ໃນການພັດທະນາເສດຖະກິດ - ສັງຄົມ, ຫລຸດຜ່ອນຄວາມທຸກຍາກແບບຍືນຍົງ, ຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທຳພື້ນເມືອງ. ອວຍພອນໃຫ້ບັນດາພະສົງສຳມະເນນ ແລະ ພໍ່ແມ່ຊາວເຜົ່່າຂະແມທັງຢູ່ພາຍໃນ ແລະ ຕ່າງປະເທດ ຕ້ອນຮັບບຸນປີໃໝ່ Choi Chnam Thmay 2019 ໃນບັນຍາກາດທີ່ເຕັມໄປດ້ວຍຄວາມອົບອຸ່ນ, ເບີກບານມ່ວນຊື່ນ ແລະ ມີຄວາມຜາສຸກ.

ຕອບກັບ

ຂ່າວ/ບົດ​ອື່ນ