ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສິ້ນສຸດການຢ້ຽມຢາມ ສ.ເຊັກໂກ ຢ່າງເປັນທາງການ

(VOVWORLD) -  ໃນຂອບເຂດການຢ້ຽມຢາມ ສ.ເຊັກໂກ ຢ່າງເປັນທາງການ, ຕອນເຊົ້າວັນທີ 17 ເມສາ, ຕາມເວລາທ້ອງຖິ່ນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ພົບປະເຈລະຈາກັບທ່ານປະທານສະພາຕ່ຳ ສ.ເຊັກໂກ Radek Vondracek.

ທີ່ການພົບປະເຈລະຈາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນກັບ ສ.ເຊັກໂກ ແລະ ຕີລາຄາສູງການປະກອບສ່ວນຂອງສະພາຕ່ຳ ເຊັກໂກ ໃຫ້ແກ່ການພັດທະນາການພົວພັນລະຫວ່າງ 2 ປະເທດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີສະພາຕ່ຳ ເຊັກໂກ ສືບຕໍ່ຊຸກຍູ້ ອີຢູ ລົງນາມ ແລະ ໃຫ້ສັດຕະຍາບັນສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA) ແລະ ສັນຍາອາລັກຂາການລົງທຶນ (EVIPA) ໂດຍໄວ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສິ້ນສຸດການຢ້ຽມຢາມ ສ.ເຊັກໂກ ຢ່າງເປັນທາງການ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກພົບປະເຈລະຈາກັບທ່ານປະທານສະພາຕ່ຳ ສ.ເຊັກໂກ Radek Vondracek (ພາບ: VGP)

  ສ່ວນທ່ານປະທານສະພາຕ່ຳ ສ. ເຊັກໂກ Radek Vondracek ໃຫ້ຮູ້ວ່າ: ເຊັກໂກ ຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ - ສ.ເຊັກໂກ ແລະ ຢືນຢັນວ່າ: ສະພາຕ່ຳ ເຊັກໂກ ສະໜັບສະໜູນການລົງນາມໃນສັນຍາ EVFTA ແລະ EVIPA ຢ່າງເປັນທາງການໂດຍໄວ ແລະ ຈະຊຸກຍູ້ເລື່ອງໃຫ້ສັດຕະຍາບັນບັນດາສັນຍາດັ່ງກ່າວ ພາຍຫລັງໄດ້ຮັບການລົງນາມຢ່າງວ່ອງໄວ ເພື່ອຫັນຜົນປະໂຫຍດເຊິ່ງສັນຍາ 2 ສະບັບດັ່ງກ່າວ ອາດຈະນຳມາໃຫ້ ອີຢູ, ຫວຽດນາມ ແລະ ສ.ເຊັກໂກ ໃຫ້ປະກົດຜົນເປັນຈິງ.

        ແລະກໍ່ໃນຂອບເຂດການຢ້ຽມຢາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານປະທານພັກກອມມູນິດ ເຊັກໂກ Morava Vojtech Filip, ທັງເປັນຮອງປະທານສະພາຕ່ຳ ສ.ເຊັກໂກ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສິ້ນສຸດການຢ້ຽມຢາມ ສ.ເຊັກໂກ ຢ່າງເປັນທາງການ - ảnh 2ທີ່ການເຮັດວຽກກັບທ່ານປະທານພັກກອມມູນິດ ເຊັກໂກ Morava Vojtech Filip (ພາບ: TTXVN)

        ກ່ອນໜ້ານັ້ນ, ຕອນບ່າຍວັນທີ 17 ເມສາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ພົບປະກັບທ່ານປະທານາທິບໍດີ ສ.ເຊັກໂກ Miloz Zeman. ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ: ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືຫລາຍດ້ານກັບບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອຢູ່ພາກພື້ນ ເອີຣົບກາງ ແລະ ເອີຣົບຕາເວັນອອກ, ໃນນັ້ນມີ ເຊັກໂກ ແມ່ນບຸລິມະສິດໜຶ່ງ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສະແດງຄວາມເພິ່ງພໍໃຈກ່ຽວກັບບັນດາບາດກ້າວຕັ້ງໜ້າໃນການພົວພັນ 2 ປະເທດຢູ່ຫລາຍຂົງເຂດໃນໄລຍະຜ່ານມາ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສິ້ນສຸດການຢ້ຽມຢາມ ສ.ເຊັກໂກ ຢ່າງເປັນທາງການ - ảnh 3 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ  ແລະ ທ່ານປະທານາທິບໍດີ ສ.ເຊັກໂກ Miloz Zeman

ສ່ວນທ່ານປະທານາທິບໍດີ Miloz Zeman ໄດ້ຕີລາຄາສູງຄວາມໝາຍການຢ້ຽມຢາມ ສ.ເຊັກໂກ ໃນຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ຢືນຢັນວ່າ ການພົວພັນ ຫວຽດນາມ - ສ.ເຊັກໂກ ມີບັນດາຄວາມສາມາດບົ່ມຊ້ອນພັດທະນາຢ່າງແຮງກ່ວາໃນໄລຍະຈະມາເຖິງ.

ແລະກໍ່ໃນຕອນບ່າຍວັນທີ 17 ເມສາ, ທີ່ສູນການຄ້າ ຊາປາ ຢູ່ນະຄອນຫລວງ Praha, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການພົບປະກັບປະຊາຄົມຊາວ ຫວຽດນາມ ທີ່ພວມດຳລົງຊີວິດ, ອອກແຮງງານ ແລະ ຮ່ຳຮຽນຢູ່ ສ.ເຊັກໂກ. ການພົບປະກັບພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ ເຊັກໂກ ແມ່ນການເຄື່ອນໄຫວສຸດທ້າຍຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃນຂອບເຂດການຢ້ຽມຢາມ ສ.ເຊັກໂກ ຢ່າງເປັນທາງການຂອງຄະນະຜູ້ແທນຂັ້ນສູງລັດຖະບານ ຫວຽດນາມ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສິ້ນສຸດການຢ້ຽມຢາມ ສ.ເຊັກໂກ ຢ່າງເປັນທາງການ - ảnh 4 ສິ້ນສຸດການຢ້ຽມຢາມ ສ.ເຊັກໂກ ອັນດີງາມ (ພາບ: VGP)

ຕອນຄ່ຳວັນທີ 17 ເມສາ, ຕາມເວລາທ້ອງຖິ່ນ, ກົງກັບຮຸ່ງເຊົ້າວັນທີ 18 ເມສາ ຕາມເວລາ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ຄະນະຜູ້ແທນໄດ້ອອກຈາກ Praha ກັບເມືອປະເທດ, ສິ້ນສຸດການຢ້ຽມຢາມ ສ.ເຊັກໂກ ອັນດີງາມ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ