ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມຜັນຂະຫຍາຍໜ້າທີ່ປີ 2019 ຂອງກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ

(VOVWORLD) - ວັນທີ 15 ມັງກອນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມກອງປະຊຸມຜັນຂະຫຍາຍໜ້າທີ່ປີ 2019 ຂອງກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ. 
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມຜັນຂະຫຍາຍໜ້າທີ່ປີ 2019 ຂອງກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊົມບັນດາຜະລິດຕະພັນເຕັກໂນໂລຢີ ໂດຍຫວຽດນາມຜະລິດ (ພາບ:dantri.com.vn)

 ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕີີີລາຄາສູງບັນດາຜົນງານ ເຊິ່ງກະຊວງບັນລຸໄດ້ໃນປີຜ່ານມາ, ພິເສດແມ່ນຂໍ້ລິເລີ່ມຜັນຂະຫຍາຍການສະຫຼຸບຕິດພັນກັບການວາງສະແດງເຕັກໂນໂລຢີ, ໃນນັ້ນການນໍາບັນດາກະຊວງທີ່ເຂົ້າຮ່ວມກອງປະຊຸມ ໄດ້ສະແດງຄວາມສົນໃຈເຖິງເຕັກໂນໂລຢີຂໍ້ມູນຂ່າວສໍາລັບການພັດທະນາຂອງຂະແໜງຕົນ.

        ທ່ານນາຍົກລັດຖະມົນຕີກໍຮັບຮູ້, ຊົມເຊີຍກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ ໄດ້ສຸມໃສ່ຊີ້ນໍາຂົງເຂດເຕັກໂນໂລຢີ, ອຸດສາຫະກໍາ, ການບໍລິການທາງໄປສະນີໂທລະຄົມມະນາຄົມ, ເຕັກໂນໂລຢີຂໍ້ມູນຂ່າວສານ, ປະກອບສ່ວນອັນໃຫຍ່ຫຼວງເຂົ້າງົບປະມານ, ສ້າງວຽກເຮັດງານທໍາ, ກາລະໂອກາດເພື່ອໃຫ້ບັນດາວິສາຫະກິດໃຫຍ່ ໄດ້ມີເຄື່ອງໝາຍການຄ້າ ແລະ ແກ້ງແຍ້ງກັບສາກົນ. ໄປຄຽງຄູ່ກັນນັ້ນ, ຍັງມີວິສາຫະກິດກວ່າ 50 ພັນແຫ່ງໃນຂົງເຂດເຕັກໂນໂລຢີ ຂໍ້ມູນຂ່າວສານ, ເຖິງວ່າແມ່ນວິສາຫະກິດຂະຫນາດໜ້ອຍ ແຕ່ມີການພັດທະນາໄວໃນໄລຍະເວລາສັ້ນ. ກະຊວງໄດ້ກໍານົດທີ່ຕັ້ງບົດບາດ ແລະ ພາລະກິດຂອງຂົງເຂດໄປສະນີໂທລະຄົມມະນາຄົມ, ເຕັກໂນໂລຢີຂໍ້ມູນຂ່າວສານ, ສື່ສານ ຄືນໃໝ່; ວາງອອກບັນດາການກໍານົດທິດທີ່ສໍາຄັນ ເປັນເຂັມຊີ້ທິດໃຫ້ແກ່ການພັດທະນາຂອງກະຊວງ. ທ່ານນາຍົກລັດຖະມົນຕີສະເໜີໃຫ້ບັນດາວິສາຫະກິດ ຈົ່ງຄົ້ນຄວ້າບັນດາຍຸດທະສາດດັ່ງກ່າວ ເພື່ອຊຸກຍູ້ການພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ