ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 30 ຢູ່ ຟີລິບປິນ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 30 ຢູ່ ຟີລິບປິນ - ảnh 1
(ພາບ​ປະ​ກອບ)

(vovworld) – ​​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສາ​ທາ​ລະ​ນະ​ລັດ ຟີ​ລິບ​ປິນ Rodrigo Roa Duterte, ວັນ​ທີ 28/4, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ແລະ ພັນ​ລະ​ຍາ ໄດ້​ເດີນ​ທາງ​ອອກ​ຈາກ ຮ່າ​ໂນ້ຍ, ນຳ​ໜ້າ​ຄ​ະ​ນະ​ຜູ້​ແທນ​ ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​​ສຸດຍອດ ອາ​ຊຽນ ຄັ້ງ​ທີ 30 ແລະ ບັນ​ດາ​ກອງ​ປະ​ຊຸມ​ຂັ້ນ​ສູງ​ທີ່​ກ່ຽວ​ຂ້ອງ ຖືກ​ຈັດ​ຕັ້ງ​ຢູ່​ນະ​ຄອນຫຼວງ ມາ​ນີ​ລາ, ປະ​ເທດ ຟີ​ລິບ​ປິນ ໃນ​ວັນ​ທີ 28 – 29/4. ກອງ​ປະ​ຊຸມ​ຂັ້ນ​ສູງ ອາ​ຊຽນ ຄັ້ງ​ທີ 30 ມີ​ການ​ເຂົ້າ​ຮ່ວມ​ຂອງ​ການ​ນຳ 10 ປະ​ເທດ ອາ​ຊຽນ; ນີ້​ແມ່ນກອງ​ປະ​ຊຸມ​​ສຸດຍອດ​ທຳ​ອິດ​ໃນ​ປີ​ປະ​ທານ ອາ​ຊຽນ 2017 ຂອງ ຟີ​ລິບ​ປິນ ດ້ວຍ​ຫົວ​ຂໍ້​ວ່າ “ຮ່ວມ​ແຮງ​ຮ່ວມ​ໃຈ​ປ່ຽນ​ແປງ, ເຊື່ອມ​ຈອດ​ທົ່ວ​ໂລກ”. ກອງ​ປະ​ຊຸ​ມ​ສຸ​ມ​ໃສ່​ເຂົ້າ​ບັນ​ດາ​ຈຸດ​ສຸມ ແລະ ບຸ​ລິ​ມະ​ສິດ​ຄື: ຜັນ​ຂະ​ຫຍາຍວິ​ໄສ​ທັດ​ປະ​ຊາ​ຄົມ ອາ​ຊຽນ 2025 ແລະ ບັນ​ດາ​ແຜນ​ການ​ກ່ຽວ​ຂ້ອງຢ່າງ​ມີ​ປະ​ສິດ​ທິ​ຜົນ​, ເພີ່ມ​ທະ​ວີ​ການ​ຮ່ວມ​ສຳ​ພັນ, ຄວາມ​ສາ​ມັກ​ຄ​ີ ແລະ ເອ​ກະ​ພາບ ແລະ ບົດ​ບາດ​ໃຈ​ກາງ​ຂອງ ອາ​ຊຽນ; ເພີ່ມ​ທະ​ວີ​ການ​ພົວ​ພັນ​ລະ​ຫວ່າງ ອາ​ຊຽນ ແລະ ບັນ​ດາ​ຄູ່​ຮ່ວມ​ມື; ແລກ​ປ່ຽນ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ພາກ​ພື້ນ ແລະ ສາ​ກົນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.

        ໃນ​ໄລ​ຍະ​ຢູ່ ຟີ​ລິບ​ປິນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊ​ວນ​ຟຸກ ຈະ​ເຂົ້າ​ຮ່ວມ​ວາ​ລະ​ໄຂ, ວາ​ລະ​ປະ​ຊຸມ​ຄົບ​ຄະ​ນະ ແລະ ວາ​ລະ​​ອັດ​ກອງ​ປະ​ຊຸມ​​ສຸດຍອດ ອາ​ຊຽນ ຄັ້ງ​ທີ 30. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ກໍ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ລະ​ຫວ່າງ​ບັນ​ດາ​ການ​ນຳ ອາ​ຊຽນ ກັບ​ຜູ້​ຕາງ​ໜ້າ​ຂອງ​ສະ​ມັດ​ຊາ​ລັດ​ຖະ​ສະ​ພາ​ລະ​ຫວ່າງ​ຊາດ ອາ​ຊຽນ (AIPA); ມີ​ບັນ​ດາ​ການ​ພົບ​ປະ 2 ຝ່າຍ​ກັບ​ບັນ​ດາ​ການ​ນຳ​ບາງ​ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ.


ຕອບກັບ

ຂ່າວ/ບົດ​ອື່ນ