ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມເວທີປາໄສ ວິສາຫະກິດ ຫວຽດນາມ - ອົດສະຕາລີ

(VOVWORLD) -ທີ່ເວທີປາໄສ, ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ໃນໄລຍະຜ່ານມາ, ບັນດາວິສາຫະກິດຂອງສອງປະເທດໄດ້ຊຸກຍູ້ການຮ່ວມມືຢ່າງແຮງ
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມເວທີປາໄສ ວິສາຫະກິດ ຫວຽດນາມ - ອົດສະຕາລີ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ເວທີປາໄສ ວິສາຫະກິດ ຫວຽດນາມ - ອົດສະຕາລີ 

   ຕອນບ່າຍວັນທີ 15 ມີນາ (ຕາມເວລາທ້ອງຖິ່ນ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ  ໄດ້ເຂົ້າຮ່ວມ ເວທີປາໄສວິສາຫະກິດ ຫວຽດນາມ - ອົດສະຕາລີ. ເຂົ້າຮ່ວມ ຍັງມີທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິງມິງ; ທ່ານຮອງປະທານສະພາແຫ່ງຊາດ ອວງຈູລິວ; ທ່ານ James McGrath ສະມາຊິກສະພາສູງ  ລັດຖະມົນຕີ - ຕາງໜ້າລັດຖະບານອົດສະຕາລີ, ການນຳກະຊວງ ແລະ ຂະແໜງການສອງປະເທດ.

  ທີ່ເວທີປາໄສ, ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ໃນໄລຍະຜ່ານມາ, ບັນດາວິສາຫະກິດ ຂອງສອງປະເທດໄດ້ຊຸກຍູ້ການຮ່ວມມືຢ່າງແຮງ. ອົດສະຕາລີໄດ້ລົງທຶນເຂົ້າຫວຽດນາມ  ກວ່າ 400 ໂຄງການ ດ້ວຍຍອດເງິນລົງທຶນ ປະມານ 2 ຕື້ໂດລາສະຫະລັດ ໃນຫຼາຍຂົງເຂດຄື ການປຸງແຕ່ງ, ການປະດິດສ້າງ, ກະສິກຳ, ເຄື່ອງປ່າຂອງດົ່ງ, ສິນໃນນ້ຳ, ສາທາລະນະສຸກ ແລະ ການສຶກສາ. ທ່ານນາຍົກລັດຖະມົນຕີ ກໍເນັ້ນໜັກວ່າ ອົດສະຕາລີແມ່ນສະຖານທີ່ມີຄວາມໄວ້ເນື້ອເຊື່ອໃຈ ຂອງວິສາຫະກິດຫວຽດນາມ ແລະ ປັດຈຸບັນພວມມີ 44 ໂຄງການ ດ້ວຍຍອດເງິນລົງທຶນແມ່ນ ກວ່າ 230 ລ້ານ ໂດລາສະຫະລັດ. ຖືວ່າ ວົງເງິນການຄ້າສອງສົ້ນຍັງຈຳກັດຢູ່ ໃນປີ 2017 ຫາກໍບັນລຸໄດ້ກວ່າ 6,5 ຕື້ໂດລາສະຫະລັດ. ທ່ານນາຍົກລັດຖະມົນຕີ ໃຫ້ຊີ້ແຈ້ງວ່າ:

        “ໃຜເປັນຜູ້ເຮັດໃຫ້ວົງເງິນການຄ້າເພີ່ມຂຶ້ນ? ຕົ້ນຕໍແມ່ນບັນດາວິສາຫະກິດ, ນັກທຸລະກິດເອງ ເຊິ່ງແມ່ນບັນດາພວກເພື່ອນ. ນອກຈາກນັ້ນ, ຍັງມີຫຼາຍວິສາຫະກິດນອນໃນ Top 500 ຂອງໂລກ ເປັນຄົນອົດສະຕາລີ ທີ່ຍັງບໍ່ມາລົງທຶນຢູ່ຫວຽດນາມເທື່ອ. ສິ່ງດັ່ງກ່າວ ແມ່ນສິ່ງທີ່ອົງການສົ່ງເສີມ ແລະ ອົງການທີ່ກ່ຽວຂ້ອງຄວນຊຸກຍູ້ ເພື່ອໃຫ້ ຍອດເງິນລົງທຶນເພີ່ມຂຶ້ນອີກ ແລະ ຂ້າພະເຈົ້າຫວັງວ່າ ພາຍຫຼັງກອງປະຊຸມສົ່ງເສີມຄັ້ງນີ້, ບັນດາວິສາຫະກິດຂອງອົດສະຕາລີຈະມາລົງທຶນຢູ່ຫວຽດນາມ, ຍ້ອນວ່າ ຫວຽດນາມກຳລັງເປັນຈຸດນັບພົບທີ່ເຕັມໄປດ້ວຍແງ່ຫວັງ”.

ຕອບກັບ

ຂ່າວ/ບົດ​ອື່ນ