ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບການນຳຫຼັກແຫຼ່ງແຂວງ ຊອັກຈັງ

(VOVWORLD) - ເນັ້ນໜັກເຖິງເລື່ອງແຕ່ລະແຂວງປະຕິບັດສຳເລັດໜ້າທີ່ໄດ້ຮັບມອບໝາຍແມ່ນສຳຄັນທີ່ສຸດ ເພື່ອປະກອບສ່ວນເຂົ້າໃນໜ້າທີ່ລວມໃນທົ່ວປະເທດ
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບການນຳຫຼັກແຫຼ່ງແຂວງ ຊອັກຈັງ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ທີ່ການເຮັດວຽກ

ຕອນບ່າຍວັນທີ 19 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ພ້ອມກັບການນຳບັນດາກະຊວງ, ຂະແໜງການ ໄດ້ມີການເຮັດວຽກກັບການນຳຫຼັກແຫຼ່ງຂອງແຂວງ ຊອກຈັງ ກ່ຽວກັບສະພາບການເສດຖະກິດ ສັງຄົມ. ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ:ໄລຍະຈະມາເຖິງ, ແຂວງຊອັກຈັງ ຄວນກວດກາຄືນເພື່ອປະຕິບັດສຳເລັດຢ່າງຮອບດ້ານບັນດາຕົວເລກຄາດໝາຍທີ່ສູນກາງໄດ້ມອບໝາຍ, ໃນນັ້ນມີການເຕີບໂຕດ້້ານເສດຖະກິດ ແລະ  ດັດຊະນີກຳລັງແກ່ງແຍ້ງຂັ້ນແຂວງ. ເນັ້ນໜັກເຖິງເລື່ອງແຕ່ລະແຂວງປະຕິບັດສຳເລັດໜ້າທີ່ໄດ້ຮັບມອບໝາຍແມ່ນສຳຄັນທີ່ສຸດ ເພື່ອປະກອບສ່ວນເຂົ້າໃນໜ້າທີ່ລວມໃນທົ່ວປະເທດ, ທ່ານນາຍົກລັດຖະມົນຕີ ຕັກເຕືອນແຂວງ ຊອັກຈັງ ວ່າຕ້ອງຊີ້ນຳ, ບໍລິຫານການປະຕິບັດບັນດາໜ້າທີ່ຢ່າງຂ້ຽວຂາດກ່ວາ. ໃນການຊີ້ນຳ, ບໍລິຫານນັ້ນຄວນຕ້ອງເອົາໃຈໃສ່ໜູນຊ່ວຍປະຊາຊົນຢູ່ເຂດບັນດາເຜົ່າສ່ວນໜ້ອຍ, ໃນນັ້ນມີຊາວເຜົ່າ ຂະແມ, ບັນດາຄອບຄົວທຸກຍາກ, ຖືນີ້ແມ່ນໜ້າທີ່ສຳຄັນ.

        ເມື່ອເນັ້ນໜັກເຖິງການພັດທະນາທ່າກ່ຳປັ່ນ ເຈິ່ນເດ່, ເຊິ່ງເປັນທ່າກ່ຳປັ່ນ ນອນໃນແຜນຜັງພັດທະນາລະບົບທ່າກ່ຳປັ່ນທະເລຂອງ ຫວຽດນາມ, ແມ່ນການກຳນົດທິດສຳຄັນ, ທ່ານນາຍົກລັດຖະມົນຕີ ໄດ້ຊີ້ແຈ້ງວ່າ, ນີ້ແມ່ນທ່າກ່ຳປັ່ນບໍ່ພຽງແຕ່ແມ່ນໃຫ້ແຂວງຊອັກຈັງ ເທົ່ານັ້ນ ຫາກຍັງແມ່ນໃຫ້ທັງເຂດຕາເວັນຕົກພາກໃຕ້ ແລະ ປະເທດຊາດອີກດ້ວຍ. ດັ່ງນັ້ນ, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ແຂວງ ແລະ ບັນດາກະຊວງ, ໂດຍສະເພາະແມ່ນກະຊວງຄົມມະນາຄົມຂົນສົ່ງ, ຄົ້ນຄ້ວາຊອກຫາແຫຼ່ງລົງທຶນ, ພັດທະນາທ່າກ່ຳປັ່ນ ເຈິ່ນເດ່.

ຕອບກັບ

ຂ່າວ/ບົດ​ອື່ນ