ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບການນຳແຂວງ ລ້າງເຊີນ

(VOVWORLD) - ຕອນເຊົ້າວັນທີ 24 ກັນຍາ, ທີ່ສຳນັກງານລັດຖະບານ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຮັດວຽກກັບການນຳຫຼັກແຫຼ່ງແຂວງ ລ້າງເຊີນ ກ່ຽວກັບສະພາບການປະຕິບັດໜ້າທີ່ເສດຖະກິດສັງຄົມ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບການນຳແຂວງ ລ້າງເຊີນ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ: ແຂວງ ລ້າງເຊີນ ມີທີ່ຕັ້ງສຳຄັນທັງກ່ຽວກັບເສດຖະກິດ, ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເປັນຕົ້ນແມ່ນສຳລັບເຂດຕາເວັນອອກສ່ຽງເໜືອຂອງປະເທດຊາດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ: ພ້ອມກັບການພັດທະນາເສດຖະກິດ, ທາງແຂວງຄວນຮັບປະກັນເສດຖະກິດ ແລະ ການປ້ອງກັນຊາດປ້ອງກັນຄວາມສະຫງົບໃຫ້ໝັ້ນຄົງ; ຍູ້ແຮງການພັດທະນາເສດຖະກິດການຄ້າຊາຍແດນຕາມແຜນການ, ມຸ່ງໄປສູ່ຕະຫລາດ ຈີນ.ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວວ່າ:

       “ການພັດທະນາຂອງແຂວງ ລ້າງເຊີນ ຕ້ອງຕິດພັນກັບການພັດທະນາການຄ້າ, ການທ່ອງທ່ຽວ ແລະ ພັດທະນາກະສິກຳ, ປ່າໄມ້ຂອງເຂດພູດອຍ, ເຂດພູສູງ, ເຂດຊົນນະບົດ. ສິ່ງທັງໝົດນັ້ນ ລ້ວນແຕ່ຕິດພັນກັບການພັດທະນາປ່າໄມ້ ແລະ ຮັກສາປ່າໄມ້. ໃນນັ້ນ ຕ້ອງເອົາໃຈໃສ່ເປັນພິເສດເຖິງການບໍລິການການຄ້າຊາຍແດນ, ການບໍລິການ Logistic.

       ແລະກໍ່ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຮັດວຽກກັບການນຳຫຼັກແຫຼ່ງຂອງນະຄອນ ດ່າໜັງ ກ່ຽວກັບໂຄງການກໍ່ສ້າງທ່າກ່ຳປັ່ນ ລຽນຈຽວ.

ຕອບກັບ

ຂ່າວ/ບົດ​ອື່ນ