ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ: ໄຊຊະນະຂອງຄະນະນັກກິລາຫວຽດນາມ ນຳມາເຊິ່ງຄວາມເຊື່ອໝັ້ນໃຫ້ແກ່ປະຊາຊົນ

(VOVWORLD) -ຕອນບ່າຍວັນທີ 3 ກັນຍາ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການພົບປະຢ່າງໃກ້ຊິດກັບພະນັກງານ, ຊ່ຽວຊານ, ຄູຝຶກ, ນັກກິລາ ຄະນະນັກກິລາ ຫວຽດນາມ ຈຳນວນ 150 ຄົນ ທີ່ເຂົ້າຮ່ວມງານມະຫາກຳກິລາ ອາຊີ 2018 (ASIAD 2018) ເຊິ່ງຫາກໍ່ກັບຈາກ ອິນໂດເນເຊຍ ຫຼັງຈາກ 12 ວັນແຫ່ງການແຂ່ງຂັນທີ່ຫຍຸ້ງຍາກກັບບັນດານັກກິລາຮ່ວມທະວີບ. ເຂົ້າຮ່ວມການພົບປະໃນຄັ້ງນີ້ມີ ທ່ານຮອງນາຍົກລັດຖະມົນຕີ ຫວູ ດຶກ ດາມ   

 

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ: ໄຊຊະນະຂອງຄະນະນັກກິລາຫວຽດນາມ ນຳມາເຊິ່ງຄວາມເຊື່ອໝັ້ນໃຫ້ແກ່ປະຊາຊົນ  - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຖ່າຍຮູບກັບຄະນະນັກກິລາຫວຽດນາມ 

(ພາບ: vov.vn)

ກ່າວຄຳເຫັນທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາສູງທົ່ວຄະນະ ໄດ້ແຂ່ງຂັນດ້ວຍເຈດຈຳນົງ, ຄວາມມຸ່ງຫວັງຂອງກິລາຫວຽດນາມ, ອັນໄດ້ສະແດງໃຫ້ເຫັນເຖິງນ້ຳໃຈສາມັກຄີ, ຄວາມພາກພູມໃຈຂອງຊາດ, ຄວາມຕັດສິນໃຈສູງສົ່ງ, ຄວາມມານະພະຍາຍາມສູ້ຊົນເພື່ອຍາດໄດ້ຜົນສຳເລັດ. ຜົນງານຂອງຄະນະໄດ້ຢັ້ງຢືນກຽດສັກສີ ແລະ ຄວາມຕັດສິນໃຈ, ຄວາມເຈດຈຳນົງໃນການແຂ່ງຂັນ. 

ເຕື້ອງເຖິງບັນດາຈຸດ “ທຳອິດ” ໃນການແຂ່ງຂັນທີ່ ASIAD 2018 ຂອງຄະນະນັກກິລາ ຫວຽດນາມ, ທ່ານນາຍົກລັດຖະມົນຕີໄດ້ເນັ້ນໜັກເຖິງ ຄັ້ງທຳອິດ, ທີ່ທີມກິລາບານເຕະຊາຍ ຫວຽດນາມ ລອດເຂົ້າຮອບຮອງຊະນະເລີດ(ຮອບ 4 ທີມສຸດທ້າຍ), ເປັນທີມບານເຕະໜຶ່ງດຽວຂອງບັນດາປະເທດ ອາຊຽນ ທີ່ບັນລຸຜົນງານສູງຢູ່ ASIAD 2018. ຈາກນັ້ນກໍ່ເປັນຄັ້ງທຳອິດ, ກິລາແລ່ນລານ ແລະ rowing, ເຊິ່ງແມ່ນ ສອງປະເພດກິລາສຳຄັນຂອງເນື້ອໃນການແຂ່ງຂັນ ໂອແລມປິກ ທີ່ຄະນະນັກກິລາຫວຽດນາມຍາດໄດ້ຫຼຽນຄຳ. ນີ້ກໍ່ແມ່ນຄັ້ງທຳອິດ, ຄະນະນັກກິລາຫວຽດນາມເຂົ້າຮ່ວມການແຂ່ງຂັນ ASIAD ດ້ວຍຈຳນວນນັກກິລາຫຼາຍທີ່ສຸດ, ແລະ ຈຳນວນປະເພດການແຂ່ງຂັນຫຼາຍທີ່ສຸດ, ເຊິ່ງສະແດງອອກເຖິງການພັດທະນາຢ່າງ ເຂັ້ມແຂງ,  ອຸດົມສົມບູນຂອງກິລາຫວຽດນາມ. ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງຜົນງານດັ່ງກ່າວແມ່ນດີເດັ່ນທີ່ສຸດ, ສະແດງເຖິງນ້ຳໃຈສາມັກຄີ, ເຈດຈຳນົງຄວາມຕັດສິນໃຈຂອງຄູຝຶກ ແລະ ນັກກິລາ.

ທີ່ການພົບປະ, ທ່ານນາຍົກລັດຖະມົນຕີກໍ່ຕີລາຄາສູງບັນດາອົງການສື່ມວນຊົນ, ພິເສດແມ່ນ ວິທະຍຸກະຈາຍສຽງຫວຽດນາມ VOV, ໂທລະພາບດິຈິຕ້ອນ VTC ທີ່ໄດ້ຕັ້ງໜ້າໄປພ້ອມໆກັນ, ໂດຍການ ສົ່ງຮູບພາບ, ບັນຍາກາດການແຂ່ງຂັນກິລາຂອງຄະນະນັກກິລາຫວຽດນາມທີ່ ASIAD 2018; ຜ່ານນັ້ນກໍ່ສະແດງໃຫ້ເຫັນເຖິງນ້ຳໃຈ, ຄວາມໃສ່ໃຈອັນໃຫຍ່ຫຼວງຂອງປະຊາຊົນ ຕໍ່ກັບຜົນງານການແຂ່ງຂັນຂອງຄະນະ.

ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມອບຫຼຽນໄຊແຮງງານຊັ້ນສາມ ຂອງປະທານປະເທດ ໃຫ້ແກ່ 7 ບຸກຄົນທີ່ມີຜົນງານດີເດັ່ນ ຂອງຄະນະນັກກິລາ ຫວຽດນາມ ທີ່ ASIAD 2018.

ຕອບກັບ

ຂ່າວ/ບົດ​ອື່ນ