ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເຂົ້າຮ່ວມກອງປະຊຸມ Shangri La ຄັ້ງທີ 12

ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເຂົ້າຮ່ວມກອງປະຊຸມ Shangri La ຄັ້ງທີ 12 - ảnh 1
ກອງ​ປະຊຸມ Shangri La
(ພາບປະກອບ)
(vovworld) -     ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີ ສິງ​ກິະ​ໂປ ຫຼີຊຽນຫຼົງ ​ແລະ ຄະນະ​ຈັດ​ຕັ້ງ​ກອງ​ປະຊຸມ Shangri La, ຕອນ​ເຊົ້າ​ວັນ​ທີ 31/05, ທ່ານ​ນາຍົກ​ລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ນຳ​ໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ ​ເດີນ​ທາງ​ອອກ​ຈາກ​ຮ່າ​ໂນ້ຍ, ​ເຂົ້າ​ຮ່ວມກອງ​ປະຊຸມ Shangri La ຄັ້ງ​ທີ 12 ຢູ່​ສິງກະ​ໂປ ​ໃນ​ລະຫວ່າງ​ວັນ​ທີ 31/05 - 01/06/2013. ທ່ານ​ນາຍົກລັດຖະມົນ​ຕີ ຫງວຽນ​ເຕີນ​ຢຸງ ດ້ວຍ​ຖາ​ນະ​ແມ່ນນັກ​ປະຖະກະຖາຈະ​ມີ​ບົດ​ກ່າວ​ປາ​ໄສ​ທີ່​ພິທີ​ໄຂ​ກອງ​ປະຊຸມ. ກອງ​ປະຊຸມ Shangri La ປີ 2013 ນີ້​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້ຕາງໜ້າທີ່ມາ​ຈາກ 31 ປະ​ເທດ. ກອງ​ປະຊຸມ​​ສຸມ​ໃສ່​ປຶກສາ​ຫາລື​ບັນດາ​ຫົວ​ຂໍ້​ຄື ວິ​ທີສຳ​ພັດ​ຂອງ​ອາ​ເມ​ລິ​ກາ ກັບ​ຄວາມ​ໝັ້ນ​ຄົງ​ໃນ​ພາກ​ພື້ນ, ຮັບປະກັນ​ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ ​ໄປ​ຄຽງ​ຄູ່​ກັບ​ການສະກັດ​ກັ້ນ​ການ​ປະ​ທະ​ກັນ, ​ການເຫັນ​ການ​ທະຫານ​ເປັນ​ທັນ​ສະ​ໄໝ ​ແລະ ກາງ​ສ້າງຍຸດ​ທະ​ສາດຢ່າງ​ໂປງ​​​​ໃສ, ທ່າ​ອ່ຽງ​ໃໝ່​ໃນ​ພື້ນຖານ​ຄວາມ​ໝັ້ຄົງ​ຢູ່​ພາກ​ພື້ນ​ອາຊີ - ປາຊີ​ຝີ​ກ, ​ເພີ່ມ​ມະ​ວີ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດ​ໃນ​ພາກ​ພື້ນ​ອາຊີ - ປາຊີ​ຝີ​ກ.

        ຄ​າ​ດວ່າ, ​ໃນ​ຂອບ​ເຂດ​ການ​ເຄື່ອນ​ໄຫວ​ຕ່າງໆ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ຈະ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ນາຍົກລັດຖະມົນ​ຕີ ສິງ​ກະ​​ໂປ​ ຫຼີຊຽນຫຼົງ, ​ເຂົ້າ​ຢ້ຽມ​ຂໍ່ານັບ​ທ່ານ​ປະທານາທິບໍດີ​ສິງກະ​ໂປ Tony Tan ​ແລະ ​ເຮັດ​ວຽກ​ກັບ​ບາງ​ວິ​ສາ​ຫະກິດ​ໃຫຍ່​ຂອງ​ສິງ​ກະ​ໂປ.

ຂ່າວ/ບົດ​ອື່ນ