ທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢຸ້ງ ເລີ່ມຕົ້ນບັນດາການເຄື່ອນໄຫວຢ້ຽມຢາມ ຍີ່ປຸນ ຢ່າງເປັນທາງການ

ທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢຸ້ງ ເລີ່ມຕົ້ນບັນດາການເຄື່ອນໄຫວຢ້ຽມຢາມ ຍີ່ປຸນ ຢ່າງເປັນທາງການ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸ້ງ ຕ້ອນຮັບ​ທ່ານປະທານສະຫະພັນ​ບັນດາ​ອົງການ​ເສດຖະກິດ ຍີ່​ປຸນ(Keidanren) Yoneikura Hiromasa

(vovworld) – ຕອນ​ເຊົ້າວັນ​ທີ 13/12, ທີ່ ​ໂຕກຽວ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸ້ງ ຕ້ອນຮັບ​ທ່ານປະທານສະຫະພັນ​ບັນດາ​ອົງການ​ເສດຖະກິດ ຍີ່​ປຸນ(Keidanren) Yoneikura Hiromasa. ທີ່​ການ​ຕ້ອນຮັບ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸ້ງ ຕີ​ລາຄາ​ສຸງບົດບາດ​ຂອງ Keidanren ​ໃນ​ການ​ຊຸກຍູ້​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ. ​ທ່ານນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸ້ງ ປາດ​ຖະໜາວ່າ Keidanren ສົມທົບກັນຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ກະຊວງ, ຂະ​ແໜງການທີ່​ກ່ຽວຂ້ອງຂອງ ຫວຽດນາມ ​ໃນ​ການ​ປະຕິບັດ​ໄລຍະ​ທີ 5 ກ່ຽວກັບຂໍ້​ລິ​ເລີ່​ມລວມ ຫວຽດນາມ - ຍີ່​ປຸນ; ຍຸດ​ທະ​ສາດ​ຫັນ​ເປັນ​ອຸດສາຫະກຳ​ໃນ​ຂອບ​ເຂດ​ການ​ຮ່ວມ​ມື ຫວຽດນາມ - ຍີ່​ປຸນ, ພ້ອມທັງ​ສະ​ເໜີ Keidanren ສະໜັບສະໜຸນ ຫວຽດນາມ ບຳລຸງ​ສ້າງ ​ແຫຼ່ງຊັບພະຍາກອນ​ມະນຸດ, ກໍ​ຄື​ສະໜັບສະໜຸນບັນດາ​ວິ​ສາ​ຫະກິດ​ຂອງ ຍີ່​ປຸນ ມາ ຫວຽດນາມ ຊອກ​ຫາ​ໂອກາດ​ລົງທຶນ.

       ສ່ວນ​ທ່ານ Yoneikura Hiromasa ຢືນຢັນ​ວ່າ ຈະ​ມານະ​ພະຍາຍາມ​ຜັນ​ຂະຫຍາຍ​ການປະຕິບັດ​ບັນດາ​ຂໍ້​ສະ​ເໜີດັ່ງກ່າວ​ຂອງ ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸ້ງ, ປາດ​ຖະໜາວ່າ ລັດຖະບານ ຫວຽດນາມ ສືບ​ຕໍ່​ສ້າງ​ບັນດາ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ຂອງ ຍີ່​ປຸນ ມາ​ຊອກ​ຫາ​ໂສກາດ, ​ເປີດ​ກວ້າງ​ການ​ຮ່ວມ​ມື​ລົງທຶນ, ພິ​ເສດ​ແມ່ນ​ໃນ​ບັນດາ​ຂົງ​ເຂດ​ທີ່​ໄດ້​ຖື​ວ່າ​ເປັນ​ທ່າ​ແຮ​ງຂອງ ຍີ່​ປຸນ ຄື ພະລັງງານ, ​ເອ​ເລັກ​ໂຕຣນິກ, ກໍ​ສ້າງ​ພື້ນຖານໂຄງ​ຮ່າງ​, ປຸງ​ແຕ່ງຜະລິດ​ຕະພັນ​ກະ​​ເສດ.

ເພີ່ມ​ທະວີ​ການ​ຮ່ວມ​ມື​ເສດຖະກິດ​ຫວຽດນາມ-​ຍີ່​ປຸ່ນ

ຕອນ​ເຊົ້າ​ວັນ​ດຽວກັນ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ​ຫງວຽນ​ເຕີນ​ຢູງ ​ໄດ້​ຕ້ອນຮັບ​ທ່ານ Akio Mimura, ປະທານ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ ຍີ່​ປຸ່ນ (JCCI), ທ່ານ Nakamura Kuniharu, ປະທານ​ກຸ່ມ​ບໍລິສັດ Sumitomo ​ແລະ ບັນດາ​ວິ​ສາ​ຫະກິດ​ຊັ້ນ​ນຳ​ຂອງ​ຍີ່​ປຸ່ນ ​ໃນ​ຂົງ​ເຂດ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ. ທີ່​ການ​ຕ້ອນຮັບ​ທ່ານ​ປະທານ ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ ຍີ່​ປຸ່ນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຊີ້​ແຈ້ງວ່າ: ຍາມ​ໃດລັດຖະບານ ຫວຽດນາມ ກໍ​​ມານະ​ພະຍາຍາມ​ເພື່ອ​ສ້າງ​ສະພາບ​ແວດ​ລ້ອມ​​ແຫ່ງການ​ລົງທຶນ​ຢ່າງ​ສະດວກ​ສະບາຍ​ໃຫ້​ແກ່​ບັນດາ​ນັກ​ລົງທຶນ​ຍີ່​ປຸ່ນ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ສະຫ​ນີ JCCI ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ຫ້ອງການ​ການ​ຄ້າ​ອຸດສາຫະກຳ ຫວຽດນາມ, ​ເສີມ​ຂະຫຍາຍ​ບົດບາດ​ແມ່ນ​ຂົວ​ເຊື່ອມ​ຕໍ່​ກໍ​ຄື​ບ່ອນ​ອີງ​ໃຫ້​ແກ່​ປະຊາ​ຄົມ​ວິ​ສາ​ຫະກິດ​ສອງ​ປະ​ເທດ, ປະກອບສ່ວນ​ຢ່າງ​ຕັ້ງຫນ້າ​ເຂົ້າ​ໃນ​ການ​ຊຸກຍູ້​ຮ່ວມ​ມື​ເສດຖະກິດ, ການ​ຄ້າ ລະຫວ່າງ​ຫວຽດນາມ ​ແລະ ຍີ່​ປຸ່ນ. ສ່ວນ​ທ່ານ Akio Mimura ຢືນຢັນ​ວ່າ: JCCI ຈະ​ຕັ້ງຫນ້າ​ສົມທົບ​ຢ່າງ​ແຫນ້ນ​ແຟ້ນກັບ​ບັນດາ​ກະຊວງ, ຂະ​ແຫນງ​ການ​ຂອງ​ຫວຽດນາມ ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ເສດຖະກິດ, ການ​ຄ້າ ລະຫວ່າງ​ສອງ​ປະ​ເທດ​ຢ່າງ​ແຂງ​ແຮງ.

ທີ່​ການ​ຕ້ອນຮັບ​ທ່ານ Nakamura Kuniharu ​ແລະ ບັນດາ​ວິ​ສາ​ຫະກິດ​ຊັ້ນ​ນຳ​ຂອງ​ຍີ່​ປຸ່ນ​ໃນ​ຂົງ​ເຂດ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຖື​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ສອງ​ປະ​ເທດ ຍັງ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫລາຍ​ຢ່າງ​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື​ເສດຖະກິດ​ກວ່າ​ອີກ.

 

 

 


ຂ່າວ/ບົດ​ອື່ນ