ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ພ້ອມ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ສອນ​ໄຊ ສີ​ພັນ​ດອນ ເປັນ​ປະ​ທານ​ຮ່ວມກອງ​ປະ​ຊຸມ​ຮ່ວມ​ມື​ລົງ​ທຶນ ຫວຽດ​ນາມ - ລາວ

(VOVWORLD) - ສອງຝ່າຍໄດ້ແນະນຳກ່ຽວກັບສະພາບແວດລ້ອມ, ນະໂຍບາຍດຶງດູດການລົງທຶນຂອງ ຫວຽດນາມ ແລະ ລາວ; ຕີລາຄາກ່ຽວກັບບັນດາໝາກຜົນຂອງການຮ່ວມມືລົງທຶນ, ດຳເນີນທຸລະກິດທີ່ ບັນລຸໄດ້ໃນຊຸມປີຜ່ານມາ, ປຶກສາຫາລືກ່ຽວກັບການກຳນົດທິດການຮ່ວມມືລົງທຶນ ລະຫວ່າງສອງປະເທດ ໃນໄລຍະຈະມາເຖິງ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ພ້ອມ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ສອນ​ໄຊ ສີ​ພັນ​ດອນ ເປັນ​ປະ​ທານ​ຮ່ວມກອງ​ປະ​ຊຸມ​ຮ່ວມ​ມື​ລົງ​ທຶນ ຫວຽດ​ນາມ - ລາວ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມກັບທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ເປັນປະທານຮ່ວມກອງປະຊຸມຮ່ວມມືລົງທຶນ ຫວຽດນາມ - ລາວ (ພາບ: VGP)

ໃນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ເປັນປະທານຮ່ວມກອງປະຊຸມຄັ້ງທີ 46 ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ລາວ ຂອງທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ, ຕອນເຊົ້າວັນທີ 7 ມັງກອນ, ຢູ່ສຳນັກງານລັດຖະບານ, ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ເປັນປະທານຮ່ວມກອງປະຊຸມຮ່ວມມືລົງທຶນ ຫວຽດນາມ - ລາວ

ທີ່ກອງປະຊຸມ, ສອງຝ່າຍໄດ້ແນະນຳກ່ຽວກັບສະພາບແວດລ້ອມ, ນະໂຍບາຍດຶງດູດການລົງທຶນຂອງ ຫວຽດນາມ ແລະ ລາວ; ຕີລາຄາກ່ຽວກັບບັນດາໝາກຜົນຂອງການຮ່ວມມືລົງທຶນ, ດຳເນີນທຸລະກິດທີ່ ບັນລຸໄດ້ໃນຊຸມປີຜ່ານມາ, ປຶກສາຫາລືກ່ຽວກັບການກຳນົດທິດການຮ່ວມມືລົງທຶນ ລະຫວ່າງສອງປະເທດ ໃນໄລຍະຈະມາເຖິງ, ຄວາມສາມາດບົ່ມຊ້ອນ ການຮ່ວມມືລົງທຶນດຳເນີນທຸລະກິດຂອງວິສາຫະກິດ ສອງປະເທດ… ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຖືວ່າ:

 “ພວກເຮົາຕ້ອງຍູ້ແຮງການລົງທຶນພາກລັດ - ເອກະຊົນ ເພື່ອພັດທະນາພື້ນຖານໂຄງລ່າງ, ເຊື່ອມຕໍ່ສອງພື້ນຖານເສດຖະກິດທີ່ສຳຄັນນີ້. ສຸມໃສ່ກໍ່ສ້າງເສັ້ນທາງຄວາມໄວສູງ, ເຊື່ອມຕໍ່ເສັ້ນທາງຄວາມໄວສູງເໜືອ ໃຕ້ ຂອງ ຫວຽດນາມ ດ້ວຍເສັ້ນທາງສັ້ນທີ່ສຸດເທົ່າທີ່ຈະເຮັດໄດ້, ສະດວດທີ່ສຸດ ເພື່ອໄປຍັງລາວ. ທີສອງແມ່ນ ເຊື່ອມຕໍ່ເສັ້ນທາງລົດໄຟໄປຍັງທ່າກຳປັ່ນ ຫວຸງອ໊າງ.. ຫວັງວ່າບັນດາວິສາຫະກິດຈະຍູ້ໄວການຄົ້ນຄ້ວາໂຄງການ ແລະ ຍື່ນສະເໜີຕໍ່ອົງການທີ່ມີສິດອຳນາດໂດຍໄວ. ທີສາມແມ່ນ ເຊື່ອມຕໍ່ບັນດາດ່ານຊາຍແດນເສດຖະກິດ  ເພື່ອເຊື່ອມຕໍ່ສອງພື້ນຖານເສດຖະກິດນຳກັນ, ພ້ອມກັນນັ້ນ ແມ່ນກໍ່ສ້າງສະໜາມບິນຕື່ມອີກເພື່ອເຊື່ອມຕໍ່ການຄົມມະນາຄົມອື່ນ.

ສ່ວນ ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ຖືວ່າ ໃນໄລຍະຈະມາເຖິງ, ລັດຖະບານ, ວິສາຫະກິດ ແລະ ປະຊາຊົນສອງປະເທດ ຄວນສືບຕໍ່ມານະພະຍາຍາມ ຜັນຂະຫຍາຍບັນດາໂຄງການຮ່ວມມືໃໝ່, ຫັນເປັນລະອຽດ ແລະ ປະຕິບັດຂໍ້ຕົກລົງລະຫວ່າງກົມການເມືອງ ຫວຽດນາມ - ລາວ ຢ່າງມີປະສິດທິຜົນ. ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ປາດຖະໜາຢາກບັນດາວິສາຫະກິດ ຫວຽດນາມ ສືບຕໍ່ຊອກຮູ້, ມາລົງທຶນຢູ່ ລາວ ເຂົ້າບັນດາຂົງເຂດເຊິ່ງເປັນທ່າແຮງຂອງລາວ

ຕອບກັບ

ຂ່າວ/ບົດ​ອື່ນ