ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ປະ​ກາດ​​ການວາງ​ແຜນ​ຜັງ ແລະ ສົ່ງ​ເສີມ​ການ​ລົງ​ທຶນ​ແຂວງ ເທື່ອ​ທຽນ​ເຫວ້

(VOVWORLD) - ຕອນເຊົ້າວັນທີ 6 ເມສາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມກອງປະຊຸມປະກາດການວາງແຜນຜັງແຂວງ ເທື່ອທຽນເຫວ້ ໄລຍະ 2021 – 2030, ວິໄສທັດຮອດປີ 2050, ແຜນຜັງລວມຕົວເມືອງເທື່ອທຽນເຫວ້ ຮອດປີ 2045, ວິໄສທັດຮອດປີ 2065 ແລະ ສົ່ງເສີມການລົງທຶນແຂວງ ເທື່ອທຽນເຫວ້.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ປະ​ກາດ​​ການວາງ​ແຜນ​ຜັງ ແລະ ສົ່ງ​ເສີມ​ການ​ລົງ​ທຶນ​ແຂວງ ເທື່ອ​ທຽນ​ເຫວ້ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ (ພາບ: TTXVN)

 ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ແຂວງ ເທື່ອທຽນເຫວ້ ຕ້ອງເອົາໃຈໃສ່ເປັນພິເສດເຖິງການສ້າງຕົວເມືອງມີສີສັນເປັນເອກະລັກ, ອັດສະລິຍະ, ປັບຕົວ, ຂຽວສະອາດງາມຕາ, ປອດໄພ, ຍືນຍົງ, ໃຫ້ບຸລິມະສິດພັດທະນາບັນດາຈຸດໃຈກາງເມືອງ, ແລວເສດຖະກິດ, ກຳລັງໜູນການເຕີບໂຕ ແລະ ບັນດາຂອດບຸກທະລຸໃນການພັດທະນາ.

        “1 ຈຸດສຸມ” ແມ່ນການລະດົມທຸກແຫຼ່ງກຳລັງທີ່ສອດຄ່ອງກັບກົດໝາຍ ແລະ ນຳໃຊ້ທຸກແຫຼ່ງກຳລັງນັ້ນໃຫ້ມີປະສິດທິຜົນ ເພື່ອຊຸກຍູ້ບັນດາກຳລັງໜູນການເຕີບໂຕທີ່ເປັນມູນເຊື້ອ ນັ້ນແມ່ນການລົງທຶນ, ສົ່ງອອກ, ການບໍລິໂພກ; ບຸກທະລຸໃນບັນດາກຳລັງໜູນເຕີບໂຕໃໝ່ເຊັ່ນ ເສດຖະກິດສີຂຽວ, ເສດຖະກິດດີຈີຕອນ, ເສດຖະກິດໝູນວຽນ, ເສດຖະກິດແບ່ງປັນ, ເສດຖະກິດພູມປັນຍາ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ພັດທະນາແບບຍືນຍົງ. “ສອງເພີ່ມທະວີ” ນັ້ນແມ່ນ ເພີ່ມທະວີການລົງທຶນ, ພັດທະນາຊັບພະຍາກອນມະນຸດ; ເພີ່ມທະວີການເຊື່ອມຕໍ່ເຂດ, ພາກ, ພາຍໃນ ແລະ ສາກົນ ຜ່ານການເຊື່ອມຕໍ່ລະບົບຄົມມະນາຄົມ, ລະບົບການຜະລິດ ແລະ ການສະໜອງຕາມລະບົບ. “3 ຍູ້ແຮງ” ນັ້ນແມ່ນຍູ້ແຮງການພັດທະນາລະບົບພື້ນຖານໂຄງລ່າງຍຸດທະສາດຢ່າງຄົບຊຸດ, ກວມລວມ ກ່ຽວກັບຄົມມະນາຄົມ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ພື້ນຖານໂຄງລ່າງດີຈີຕອນ, ສາທາລະນະສຸກ, ການສຶກສາ, ສັງຄົມ…; ຍູ້ແຮງການພັດທະນາອຸດສາຫະກຳ ແລະ ໝູນໃຊ້ວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ ໃນການຜະລິດດຳເນີນທຸລະກິດ, ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນຢ່າງມີປະສິດທິຜົນ ແລະ ພັດທະນາ”.

ຫວູຄວຽນ

ຕອບກັບ

ຂ່າວ/ບົດ​ອື່ນ