ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສະຫຼຸບ​ວຽກ​ງານຂະ​ແໜງ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ

(VOVWORLD) - ຮອດທ້າຍເດືອນພະຈິກ 2023, ປະລິມານສິນຄ້າເພີ່ມຂຶ້ນ 12,9%, ອັດຕາໝູນວຽນສິນຄ້າເພີ່ມຂຶ້ນ 10,5% ເມື່ອທຽບໃສ່ໄລຍະດຽວກັນ, ຈຳນວນຜູ້ໂດຍສານກໍເພີ່ມຂຶ້ນ 11,5%.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສະຫຼຸບ​ວຽກ​ງານຂະ​ແໜງ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມ (ພາບ: VOV)

ຕອນເຊົ້າວັນທີ 28 ທັນວາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມກອງປະຊຸມສະຫຼຸບວຽກງານຂະແໜງຄົມມະນາຄົມຂົນສົ່ງ. ກ່າວຄຳເຫັນໄຂກອງປະຊຸມ, ທ່ານລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງ ຫວຽດນາມ ຫງວຽນວັນຖັງ ໃຫ້ຮູ້ວ່າ: ປີນີ້, ຂະແໜງຄົມມະນາຄົມຂົນສົ່ງໄດ້ເລີ່ມກໍ່ສ້າງ 26 ໂຄງການ, ໃນນັ້ນ ມີໂຄງການທາງດ່ວນເໜືອ - ໃຕ້ທາງທິດຕາເວັນອອກ ໄລຍະທີ 2; ບັນດາໂຄງການທາງດ່ວນເສັ້ນ ຕາເວັນອອກ - ຕາເວັນຕົກ; ບັນດາເສັ້ນທາງອ້ອມຮອບຕົວເມືອງ ຢູ່ຮ່າໂນ້ຍ, ນະຄອນ ໂຮ່ຈີມິນ…. ໄດ້ກໍ່ສ້າງສຳເລັດ ແລະ ນຳເຂົ້າໃຊ້ງານ 20 ໂຄງການ.

        ການເຄື່ອນໄຫວຂົນສົ່ງສືບຕໍ່ຮັກສາທ່າເຕີບໂຕເປັນປົກກະຕິຕິດພັນກັບການຫຼຸດຜ່ອນຫຼາຍລະບຽບການບໍລິຫານ, ຄ່າທຳນຽມ, ຍູ້ແຮງການໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ. ຮອດທ້າຍເດືອນພະຈິກ 2023, ປະລິມານສິນຄ້າເພີ່ມຂຶ້ນ 12,9%, ອັດຕາໝູນວຽນສິນຄ້າເພີ່ມຂຶ້ນ 10,5% ເມື່ອທຽບໃສ່ໄລຍະດຽວກັນ, ຈຳນວນຜູ້ໂດຍສານກໍເພີ່ມຂຶ້ນ 11,5%. ວຽກງານການຮ່ວມມືສາກົນ ໄດ້ຮັບການຍູ້ແຮງ ແລະ ກະຊວງກໍໄດ້ລົງນາມໃນສົນທິສັນຍາສາກົນ 10 ຂໍ້ ແລະ ຂໍ້ຕົກລົງສາກົນກ່ຽວກັບການຄົມມະນາຄົມຂົນສົ່ງ 3 ສະບັບ.  

ກ່ຽວກັບທິດທາງຜັນຂະຫຍາຍໜ້າທີ່ປີ 2024, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ຂະແໜງຄົມມະນາຄົມຂົນສົ່ງຕ້ອງຍູ້ແຮງກວ່າອີກ, ຖືການນະວັດຕະກຳ, ວິທະຍາສາດເຕັກໂນໂລຢີແມ່ນກຳລັງໜູນ, ແຫຼ່ງກຳລັງ, ການນຳພາໃນການສຳຫຼວດ, ອອກແບບ, ຈັດຕັ້ງປະຕິບັດ, ຕິດຕາມກວດກາ, ບັນດາກິດຈະກຳຈຸດສຸມປະກອບສ່ວນຮັບປະກັນຄວາມຄືບໜ້າ, ຄຸນນະພາບ, ຫຼຸດລາຍຈ່າຍ, ຮັບປະກັນພັດທະນາບັນດາກິດຈະກຳ, ໂຄງການຄົມມະນາຄົມຢ່າງວ່ອງໄວ ແລະ ຍື່ນຍົງ.


ຕອບກັບ

ຂ່າວ/ບົດ​ອື່ນ