ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ເຮັດ​ວຽກໃນໂອກ​າດ ຮັບ​ປະ​ທານອາ​ຫານ​ເຊົ້າ ​ກັບ ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ມີການເຮັດວຽກໃນໂອກາດຮັບປະທານອາຫານເຊົ້າ ກັບທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ແລະ ທ່ານນາຍົກລັດຖະມົນຕີ ລາຊະອາຈາຈັກ ກຳປູເຈຍ Hun Manet.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ເຮັດ​ວຽກໃນໂອກ​າດ ຮັບ​ປະ​ທານອາ​ຫານ​ເຊົ້າ ​ກັບ ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເຮັດວຽກໃນໂອກາດ ຮັບປະທານອາຫານເຊົ້າ ກັບ ນາຍົກລັດຖະມົນຕີ ລາວ ແລະ ນາຍົກລັດຖະມົນຕີ ກຳປູເຈຍ (ພາບ: VOV)

ຕອນເຊົ້າວັນທີ 5 ກັນຍາ, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 43 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຢູ່ ຈາກາຕາ, ປະເທດອິນໂດເນເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ມີການເຮັດວຽກໃນໂອກາດຮັບປະທານອາຫານເຊົ້າ ກັບທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ແລະ ທ່ານນາຍົກລັດຖະມົນຕີ ລາຊະອາຈາຈັກ ກຳປູເຈຍ Hun Manet.

ທີ່ການພົບປະ, ນາຍົກລັດຖະມົນຕີ ສາມທ່ານໄດ້ເຫັນດີເປັນເອກະພາບຮັກສາການແລກປ່ຽນ, ການພົບປະສອງຝ່າຍ, ສາມຝ່າຍເປັນປະຈຳ, ຮັກສາກົນໄກເຮັດວຽກໃນໂອກາດຮັບປະທານອາຫານເຊົ້າລະຫວ່າງນາຍົກລັດຖະມົນຕີ ສາມປະເທດເນື່ອງໃນໂອກາດເຂົ້າຮ່ວມບັນດາກອງປະຊຸມສາກົນ, ເພື່ອແນໃສ່ຮັດແໜ້ນນ້ຳໃຈສາມັກຄີ, ມິດຕະພາບ ແລະ ການຮ່ວມມື, ພ້ອມກັນແລກປ່ຽນບັນດາບັນຫາໃນພາກພື້ນ, ສາກົນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ພ້ອມທັງ ຊອກຫາບັນດາມາດຕະການແກ້ໄຂບັນດາບັນຫາທີ່ເກີດຂຶ້ນໃນການພົວພັນສາມປະເທດ, ເພີ່ມທະວີປະສິດທິຜົນບັນດາກົນໄກຮ່ວມມືສາມຝ່າຍທີ່ມີຢູ່ແລ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ