ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ: ແມ່​ຍິງ ປະ​ກອບ​ສ່ວນ​ຢ່າງ​ໃຫຍ່ຫຼວງ​ເຂົ້າ​ໃນ​ພາ​ລະ​ກິດ​ປ່ຽນ​ແປງ​ໃໝ່, ເຊື່ອມ​ໂຍງ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ

(VOVWORLD) -    ຕອນເຊົ້າວັນທີ 7 ມີນາ, ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະກັບການນຳ, ຜູ້ຄຸ້ມຄອງ, ປັນຍາຊົນ ແລະ ນັກປະພັນສິລະປິນເພດຍິງທີ່ີດີເດັ່ນໃນໂອກາດວັນແມ່ຍິງສາກົນ ທີ 8 ມີນາ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ: ແມ່​ຍິງ ປະ​ກອບ​ສ່ວນ​ຢ່າງ​ໃຫຍ່ຫຼວງ​ເຂົ້າ​ໃນ​ພາ​ລະ​ກິດ​ປ່ຽນ​ແປງ​ໃໝ່, ເຊື່ອມ​ໂຍງ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພົບປະກັບການນຳ, ຜູ້ຄຸ້ມຄອງ, ປັນຍາຊົນ ແລະ ນັກປະພັນສິລະປິນເພດຍິງທີ່ີດີເດັ່ນໃນໂອກາດວັນແມ່ຍິງສາກົນ ທີ 8 ມີນາ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃຫ້ຮູ້ວ່າ ປັດຈຸບັນ, ອັດຕາການນຳ, ຜູ້ຄຸ້ມຄອງໃນອົງການຈັດຕັ້ງພັກ ແລະ ລັດ ຫວຽດນາມ ໄດ້ຍົກສູງຂຶ້ນກ່ຽວກັບຈຳນວນ ແລະ ຄຸນນະພາບ. ໃນສະພາແຫ່ງຊາດຊຸດທີ XV, ສະມາຊິກສະພາແຫ່ງຊາດເພດຍິງ ບັນລຸ 30,26%, ເຊິ່ງສູງທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ. ຫວຽດນາມ ຢືນອັນດັບທີ 60 ໃນໂລກ, ຢືນອັນດັບທີ 4 ໃນ ອາຊີ ແລະ ຢືນອັນດັບໜຶ່ງໃນ ໄອປາ ກ່ຽວກັບອັດຕາແມ່ຍິງທີ່ເຂົ້າຮ່ວມອົງການຜູ້ແທນປະຊາຊົນ; ຢືນອັນດັບທີ 47/187 ປະເທດໃນໂລກໃນການຈັດອັນດັບກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ ໃນການເຂົ້າຮ່ວມຂົງເຂດການເມືອງ.

        ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ປະຕິບັດຍຸດທະສາດແຫ່ງຊາດກ່ຽວກັບຄວາມສະເໝີພາບລະຫວ່າງຍິງຊາຍ ໄລຍະ 2021 – 2030 ຢ່າງມີປະສິດທິຜົນ, ສ້າງເງື່ອນໄຂ, ກາລະໂອກາດເພື່ອໃຫ້ເພດຍິງ ແລະ ເພດຊາຍ ມີຄວາມສະເໝີພາບໃນການປະກອບສ່ວນເຂົ້າໃນທຸກຂົງເຂດຂອງຊີວິດສັງຄົມ, ຊຸກຍູ້ການພັດທະນາໄວ, ຍືນຍົງຂອງປະເທດຊາດ, ກໍຄືຊົມໃຊ້ໝາກຜົນແຫ່ງການພັດທະນາ.

        “ຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ການປົດປ່ອຍແມ່ຍິງ ບໍ່ພຽງແຕ່ແມ່ນທ່າອ່ຽງຂອງຍຸກສະໄໝເທົ່ານັ້ນ, ຫາກຍັງສອດຄ່ອງກັບມູນເຊື້ອຂອງວັດທະນະທຳ ຫວຽດນາມ. ຂ້າພະເຈົ້າເຊື້ອໝັ້ນວ່າ ມູນເຊື້ອເມດຕາປານີ, ເກັ່ງວຽກບ້ານການເຮືອນ, ມີພຸມປັນຍາ ແລະ ການອຸທິດສ່ວນຍາມໃດກໍແຜ່ກະຈາຍໃນແມ່ຍິງ ຫວຽດນາມ ແຕ່ລະຄົນ; ຄຸນນະທາດທີ່ດີງາມຂອງແມ່ຍິງ ຈະສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມຮັກແພງ, ຄວາມສຸກໃຫ້ແກ່ະແຕ່ລະຄົນໃນຄອບຄົວ, ສັງຄົມ, ວົງຄະນະຍາດ, ປະກອບສ່ວນເສີມສ້າງສີສັນວັດທະນະທຳຂອງແມ່ຍິງ ຫວຽດນາມ ໃນຍຸກສະໄໝໃໝ່, ປະກອບສ່ວນສ້າງປະເທດ ຫວຽດນາມ ໃຫ້ນັບມື້ນັບໝັ້ນຄົງເຂັ້ມແຂງ ແລະ ວັດທະນາຖາວອນ.”

ຕອບກັບ

ຂ່າວ/ບົດ​ອື່ນ