ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ຈູດ​ທູບ​ໄຕ້​ທຽນ​ອາ​ໄລ​ຫາ​ປະ​ທານ ໂຮ່​ຈີ​ມິນ

(VOVWORLD) - ວັນທີ 7 ກັນຍາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ມາຈູດທູບໄຕ້ທຽນອາໄລຫາປະທານໂຮ່ຈີມິນ ຢູ່ເຮືອນ 67 ເຂດອະນຸສອນສະຖານປະທານໂຮ່ຈີມິນ ຢູ່ທຳນຽບປະທານປະເທດ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ຈູດ​ທູບ​ໄຕ້​ທຽນ​ອາ​ໄລ​ຫາ​ປະ​ທານ ໂຮ່​ຈີ​ມິນ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ຈູດທູບໄຕ້ທຽນອາໄລຫາປະທານ ໂຮ່ຈີມິນ  (ພາບ: TTXVN)

        ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີ ແຫ່ງການປະຕິວັດເດືອນສິງຫາ, 75 ປີແຫ່ງວັນສະຖາປະນາປະເທດແຫ່ງ ສສ.ຫວຽດນາມ ແລະ ລະນຶກ 51 ປີແຫ່ງວັນເຖິງແກ່ມໍລະນະກຳຂອງປະທານໂຮ່ຈີມິນ, ວັນທີ 7 ສິງຫາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ມາຈູດທູບໄຕ້ທຽນອາໄລຫາປະທານໂຮ່ຈີມິນ ຢູ່ເຮືອນ 67 ເຂດອະນຸສອນສະຖານປະທານໂຮ່ຈີມິນ ຢູ່ທຳນຽບປະທານປະເທດ.

        ເມື່ອໂອ້ລົມກັບພະນັກງານ, ພາລະກອນຢູ່ເຂດອະນຸສອນສະຖານປະທານໂຮ່ຈີມິນ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ສືບຕໍ່ວຽກງານອະນຸລັກຮັກສາບັນດາເຂດອະນຸສອນ, ເອກະສານ, ວັດຖຸພັນ ແລະ ສິ່ງແວດລ້ອມກໍຄືທັດສະນີຍະພາບຢູ່ອ້ອມເຂດອະນຸສອນໄວ້ໃຫ້ເໝືອນເດີມຄືກັບຕອນປະທານໂຮ່ຈີມິນ ດຳລົງຊີວິດ ແລະ ເຮັດວຽກຢູ່ທີ່ນີ້; ຍູ້ແຮງວຽກງານເກັບກຳ, ແນະນຳໂຄສະນາ ຮັບໃຊ້ວຽກງານໂຄສະນາເຜີຍແຜ່, ສຶກສາ ຕອບສະໜອງຕາມຄວາມຕ້ອງການຂອງຜູ້ຄົນທັງຢູ່ພາຍໃນ ແລະ ຕ່າງປະເທດທີ່ຢາກຄົ້ນຄວ້າ, ຊອກຮູ້ ແລະ ຮຽນຮູ້ກ່ຽວກັບຊີວິດ, ພາລະກິດ, ແນວຄວາມຄິດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ./.


ຕອບກັບ

ຂ່າວ/ບົດ​ອື່ນ