ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ຕ້ອນ​ຮັບ​ອະ​ດີດ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຢຍ​ລະ​ມັນ Philipp Rosler

(VOVWORLD) - ຫວຽດນາມ ຍາມໃດກໍປັບປຸງສະພາບແວດລ້ອມດຳເນີນທຸລະກິດ, ສ້າງທຸກເງື່ອນໄຂສະດວກ, ລະດົມບັນດາກຸ່ມບໍລິສັດໃຫຍ່ຂອງ ໂລກ ເຂົ້າມາລົງທຶນຢູ່ຫວຽດນາມ. ຫວຽດນາມ ຍາມໃດກໍຮັບປະກັນສິດຜົນປະໂຫຍດທີ່ຖືກຕ້ອງຕາມກົດໝາຍ ເພື່ອໃຫ້ບັນດານັກລົງທຶນຕ່າງປະເທດມີຄວາມອຸ່ນອ່ຽນໃຈທຳມາຫາກິນໃນໄລຍະຍາວ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ຕ້ອນ​ຮັບ​ອະ​ດີດ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຢຍ​ລະ​ມັນ Philipp Rosler - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ການຕ້ອນຮັບ (ພາບ: VGP)

 ຕອນບ່າຍວັນທີ 25 ພະຈິກ, ຢູ່ຮ່າໂນ້ຍ, ໃນການຕ້ອນຮັບທ່ານອະດີດຮອງນາຍົກລັດຖະມົນຕີ ເຢຍລະມັນ Philipp Rosler ພ້ອມດ້ວຍຄະນະວິສາຫະກິດຕ່າງປະເທດ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຕີລາຄາສູງຕໍ່ຄຳເຫັນຂອງທ່ານ Philipp Rosler ແລະ ບັນດານັກລົງທຶນທີ່ຄາດວ່າຈະລົງທຶນ 350 ລ້ານ USD ເຂົ້າມາ ຫວຽດນາມ. ພ້ອມທັງຢັ້ງຢືນວ່າ ຫວຽດນາມ ສືບຕໍ່ຜັນຂະຫຍາຍຫຼາຍມາດຕະການເພື່ອດຶງດູດບັນດາໂຄງການລົງທຶນ FDI ກ່ຽວກັບເຕັກໂນໂລຢີສູງ, ປ່ຽນແປງໃໝ່ປະດິດຄິດສ້າງ, ພັດທະນາອຸດສາຫະກຳໜູນຊ່ວຍ, ບຳລຸງສ້າງພັດທະນາແຫຼ່ງຊັບພະຍາກອນມະນຸດ ແລະ ຫວຽດນາມ ຍາມໃດກໍປັບປຸງສະພາບແວດລ້ອມດຳເນີນທຸລະກິດ, ສ້າງທຸກເງື່ອນໄຂສະດວກ, ລະດົມບັນດາກຸ່ມບໍລິສັດໃຫຍ່ຂອງ ໂລກ ເຂົ້າມາລົງທຶນຢູ່ຫວຽດນາມ. ຫວຽດນາມ ຍາມໃດກໍຮັບປະກັນສິດຜົນປະໂຫຍດທີ່ຖືກຕ້ອງຕາມກົດໝາຍ ເພື່ອໃຫ້ບັນດານັກລົງທຶນຕ່າງປະເທດມີຄວາມອຸ່ນອ່ຽນໃຈທຳມາຫາກິນໃນໄລຍະຍາວ.ູ

        ຜູ້ຕາງໜ້າໃຫ້ນັກລົງທຶນຈຳນວນໜຶ່ງໃນຄະນະ ຕີລາຄາສູງສະພາບແວດລ້ອມການລົງທຶນ, ດຳເນີນທຸລະກິດຂອງ ຫວຽດນາມ ແລະ ປາດຖະໜາຈະຍູ້ແຮງການຮ່ວມມືລົງທຶນ, ທຳມາຫາກິນກັບ ຫວຽດນາມ ແລະ ໃຫ້ຮູ້ວ່າ ເຂົາເຈົ້າມີຄວາມສົນໃຈເປັນພິເສດຕໍ່ການລົງທຶນເຂົ້າຂົງເຂດການທ່ອງທ່ຽວຂອງຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ