ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ເຈລະຈາກັບ ທ່ານນາຍົກລັດຖະມົນຕີ ໄທ ປະຢຸດ ຈັນໂອຊາ

(VOVWORLD) - ຕອນບ່າຍວັນທີ 17 ສິງຫາ, ພາຍຫຼັງພິທີຕ້ອນຮັບ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງລັດຖະບານ ຫວຽດນາມ ຢ່າງເປັນທາງການ ຢູ່ສຳນັກງານລັດຖະບານໄທ ພາຍໃຕ້ການເປັນປະທານຂອງ ທ່ານນາຍົກລັດຖະມົນຕີ ປະຢຸດ ຈັນໂອຊາ, ຄະນະຜູ້ແທນຂັ້ນສູງຂອງສອງປະເທດໄດ້ດຳເນີນການເຈລະຈາ. 

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ເຈລະຈາກັບ ທ່ານນາຍົກລັດຖະມົນຕີ ໄທ ປະຢຸດ ຈັນໂອຊາ - ảnh 1

ນາຍົກລັດຖະມົນຕີ 2 ທ່ານໄດ້ເປັນສັກຂີພິຍານພິທີລົງນາມລະຫວ່າງບັນດາກະຊວງ, ຂະແໜງການ ແລະ ວິສາຫະກິດ 2 ປະເທດ

ນະທີ່ນີ້, ສອງຝ່າຍຢັ້ງຢືນວ່າ ຈະມານະພະຍາຍາມນຳວົງເງິນການຄ້າສອງຝ່າຍໃຫ້ບັນລຸລະດັບ 20 ຕື້ໂດລາສະຫະລັດ ກ່ອນປີ 2020; ຊ່ວຍໜູນກັນໃຫ້ກາຍເປັນຈຸດສຸມດຶງດູດການລົງທຶນດ້ານການຄ້າຂອງພາກພື້ນ; ເຫັນດີເປັນເອກະພາບສ້າງເງຶື່ອນໄຂໃຫ້ສິນຄ້າແຕ່ລະປະເທດໄດ້ສຳຜັດກັບຕະຫຼາດຂອງກັນ ແລະ ກັນ; ຊຸກຍູ້ການຮ່ວມມືດ້ານເຂົ້າສານ. ນາຍົກລັດຖະມົນຕີ 2 ທ່ານ ເນັ້ນໜັກວ່າ ການຮ່ວມມືດ້ານການປ້ອງກັນຊາດ - ປ້ອງກັນຄວາມສະຫງົບແມ່ນໜຶ່ງໃນບັນດາເສົາຄໍ້າຂອງການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ໄທ; ເຫັນດີເປັນເອກະພາບເພີ່ມທະວີການແລກປ່ຽນທັດສະນະ, ນະໂຍບາຍປ້ອງກັນຊາດ, ຍູ້ແຮງການຮ່ວມມືຕົວຈິງລະຫວ່າງບັນດາເຫຼົ່າທັບ ແລະ ເຫຼົ່າຮົບ.

        ກ່ຽວກັບການເຊື່ອມຕໍ່ລະຫວ່າງສອງພື້ນຖານເສດຖະກິດ, ສອງຝ່າຍເຫັນດີເປັນເອກະພາບຍູ້ແຮງການເຊື່ອມຕໍ່ດ້ານການຂົນສົ່ງກັບຫຼາຍຝ່າຍນັບທັງ: ທາງບົກ, ທາງທະເລ ແລະ ທາງອາກາດ ລະຫວ່າງສອງປະເທດ ແລະ ໃນອານຸພາກພື້ນ. ນາຍົກລັດຖະມົນຕີ 2 ທ່ານ ເຫັນດີເປັນເອກະພາບສູງໃນການວາງອອກບັນດາມາດຕະການຊຸກຍູ້ບັນດາຂົງເຂດຮ່ວມມືອື່ນຄື: ແຮງງານ, ການຄ້າກະສິກຳ, ການທ່ອງທ່ຽວ, ວິທະຍາສາດເຕັກນິກ, ວັດທະນະທຳ ແລະ ການພົບປະແລກປ່ຽນປະຊາຊົນ.

        ນາຍົກລັດຖະມົນຕີ 2 ທ່ານ ກໍ່ພ້ອມກັນແລກປ່ຽນຢ່າງເລິກເຊິ່ງກວ້າງຂວາງບັນດາບັນຫາສາກົນ ແລະ ພາກພື້ນທີ່ມີຄວາມສົນໃຈ. ສອງຝ່າຍໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນນຳກັນ ແລະ ກັບບັນດາປະເທດອາຊຽນອື່ນ ເພື່ອແນໃສ່ປັບປຸງຄວາມສາມັກຄີ, ຮັກສາຫຼັກໝັ້ນໄວ້ໃຫ້ໝັ້ນຄົງ, ເສີມຂະຫຍາຍບົດບາດໃຈກາງຂອງ ອາຊຽນ ໃນບັນດາບັນຫາສິ່ງທ້າທາຍກ່ຽວກັບສັນຕິພາບ ແລະ ຄວາມໝັ້ນຄົງຂອງພາກພື້ນ. ສອງຝ່າຍຢັ້ງຢືນຄືນໃໝ່ຄວາມສຳຄັນຂອງການຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບກໍ່ຄືຄວາມປອດໄພ ແລະ ຄວາມເສລີໃນການເດີນເຮືອຢູ່ທະເລຕາເວັນອອກ.

        ເນື່ອງໃນໂອກາດນີ້, ນາຍົກລັດຖະມົນຕີ 2 ທ່ານ ໄດ້ເປັນສັກຂີພິຍານໃນພິທີລົງນາມໃນເອກະສານສຳຄັນຫຼາຍສະບັບ, ລະຫວ່າງກະຊວງ, ຂະແໜງການສອງປະເທດ ໃນບັນດາຂົງເຂດເສດຖະກິດ, ການຄ້າ, ໄປສະນີ, ໂທລະຄົມມະນາຄົມ, ເຕັກໂນໂລຊີຂໍ້ມູນຂ່າວສານ, ທະນາຄານ ແລະ ບັນດາບົດບັນທຶກຊ່ວຍຈຳອື່ນໆລະຫວ່າງບັນດາທ້ອງຖິ່ນ ແລະ ວິສາຫະກິດສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ