ທ່ານນາຍົກລັດຖະມົນຕີ ອັງກິດ Liz Truss ຖະແຫຼງລາອອກຈາກຕຳແໜ່ງ

(VOVWORLD) -ທ່ານນາງ Liz Truss ຍອມຮັບວ່າ ວັນທີ 19 ຕຸລາ ແມ່ນ “ວັນຫຍຸ້ງຍາກ” ພາຍຫຼັງເກີດຄວາມວຸ້ນວາຍຢູ່ສະພາແຫ່ງຊາດ ພ້ອມກັນນັ້ນແມ່ນເລື່ອງ ທ່ານລັດຖະມົນຕີກະຊວງພາຍໃນ Suella Braverman ລາອອກຈາກຕຳແໜ່ງ.
ທ່ານນາຍົກລັດຖະມົນຕີ ອັງກິດ Liz Truss ຖະແຫຼງລາອອກຈາກຕຳແໜ່ງ - ảnh 1ທ່ານນາງນາຍົກລັດຖະມົນຕີ ອັງກິດ Liz Truss ແຈ້ງໃຫ້ຊາບກ່ຽວກັບການລາອອກຈາກຕຳແໜ່ງ
(ພາບ: AFP/TTXVN)

        ວັນທີ 20 ຕຸລາ, ທ່ານນາງນາຍົກລັດຖະມົນຕີ ອັງກິດ Liz Truss ແຈ້ງໃຫ້ຊາບກ່ຽວກັບການລາອອກຈາກຕຳແໜ່ງປະທານພັກຮັກສາເດີມ ພາຍຫຼັງດຳລົງຕຳແໜ່ງມາໄດ້ 6 ອາທິດ, ພ້ອມທັງໃຫ້ຮູ້ວ່າ ຜູ້ຈະດຳລົງຕຳແໜ່ງແທນທ່ານນາງຈະໄດ້ປ່ອນບັດໃນທ້າຍອາທິດຈະມາເຖິງ.

        ໃນບົດກ່າວປາໄສຂອງຕົນ, ທ່ານນາງ Liz Truss ຊີ້ແຈ້ງວ່າດ້ວຍສະພາບການດ້ານການເມືອງຂອງ ອັງກິດ ໃນປະຈຸບັນ, ທ່ານນາງຈຶ່ງບໍ່ສາມາດສືບຕໍ່ດຳລົງຕຳແໜ່ງນາຍົກລັດຖະມົນຕີໄດ້. ກ່ອນໜ້ານັ້ນ, ໃນວັນດຽວກັນ, ໂຄສົກຫ້ອງວ່າການນາຍົກລັດຖະມົນຕີ ໃຫ້ຮູ້ວ່າ, ທ່ານນາງ Liz Truss ຍອມຮັບວ່າ ວັນທີ 19 ຕຸລາ ແມ່ນ “ວັນຫຍຸ້ງຍາກ” ພາຍຫຼັງເກີດຄວາມວຸ້ນວາຍຢູ່ສະພາແຫ່ງຊາດ ພ້ອມກັນນັ້ນແມ່ນເລື່ອງ ທ່ານລັດຖະມົນຕີກະຊວງພາຍໃນ Suella Braverman ລາອອກຈາກຕຳແໜ່ງ.

        ວັນທີ 20 ຕຸລາ, ຄະນະກຳມະການ 1922 ຂອງພັກຮັກສາເດີມ ອັງກິດ, ອົງການຕິດຕາມກວດກາການປ່ອນບັດເລືອກຕັ້ງຂອງພັກ ໄດ້ແຈ້ງໃຫ້ຊາບກ່ຽວກັບເລື່ອງປ່ອນບັດເລືອກເອົາຜູ້ມາແທນທ່ານນາງ Liz Truss ເປັນປະທານພັກຮັກສາເດີມ ແລະ ນາຍົກລັດຖະມົນຕີຄົນໃໝ່ ຈະຕ້ອງສຳເລັດກ່ອນວັນທີ 28 ຕຸລາ, ໝາຍຄວາມວ່າ ແມ່ນກ່ອນທີ່ປະກາດບົດລາຍງານການເງິນໃນວັນທີ 31 ຕຸລາ ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ