ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິດ​ສະ​ລາ​ແອນ​ ກ່າວ​ເຕືອນ​ວ່າການ​ປະ​ທະ​ກັນ​ກັບ Hamas ຍັງຈະ​ແກ່​ຍາວ

(VOVWORLD) -ວັນທີ 13 ພຶດສະພາ, ທ່ານນາຍົກລັດຖະມົນຕີ ອິດສະລາແອນ Benjamin Netanyahu ໄດ້ກ່າວເຕືອນວ່າ ການຕໍ່ສູ້ກັບຂະບວນການມຸດສະລິມ Hamas ຄຸ້ມຄອງເຂດ Gaza “ຈະຕ້ອງໃຊ້ເວລາຫຼາຍ”, ພ້ອມທັງເນັ້ນໜັກວ່າ ບັ້ນຮົບບຸກໂຈມຕີທາງອາກາດ ຂອງ ອິດສະລາແອນ ທີ່ເລັ່ງໃສ່ Hamas ຢູ່ເຂດ Gaza ຍັງບໍ່ທັນສິ້ນສຸດລົງ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິດ​ສະ​ລາ​ແອນ​ ກ່າວ​ເຕືອນ​ວ່າການ​ປະ​ທະ​ກັນ​ກັບ Hamas ຍັງຈະ​ແກ່​ຍາວ - ảnh 1ສະພາບການພາຍຫຼັງການບຸກໂຈມຕີທາງອາກາດຂອງ ອິດສະລາແອນ ຢູ່ເຂດ Gaza (ພາບ: AFP/TTXVN)

ໃນການໄປຢ້ຽມຢາມກົມກອງຮັບຜິດຊອບປືນໃຫຍ່ປ້ອງກັນອາກາດ Iron Dome ຢູ່ເຂດພາກກາງ ອິດສະລາແອນ, ທ່ານ Benjamin Netanyahu ໄດ້ປະກາດວ່າ ຈະຕ້ອງໃຊ້ເວລາຫຼາຍ, ແຕ່ດ້ວຍຄວາມໝັ້ນຄົງ ນັບທັງດ້ານປ້ອງກັນ ແລະ ບຸກໂຈມຕີ, ພວກຂ້າພະເຈົ້າຈະບັນລຸໄດ້ບັນດາເປົ້າໝາຍຂອງຕົນ - ນັ້ນແມ່ນການຟື້ນຟູສັນຕິພາບໃຫ້ແກ່ລັດ ອິດສະລາແອນ.

        ໃນເຫດການທີ່ກ່ຽວຂ້ອງ, ວັນທີ 13 ພຶດສະພາ, ທ່ານ ເລຂາທິການໃຫຍ່ ສປຊ Antonio Guterres ແລະ ທ່ານ ປະທານາທິບໍດີ ລັດເຊຍ Vladimir Putin ໄດ້ຮຽກຮ້ອງໃຫ້ ອິດສະລາແອນ ແລະ ບັນດາມືປືນ ປາແລັດສະຕິນຈົ່ງ ຢຸດຕິການປະທະກັນ.

ຕອບກັບ

ຂ່າວ/ບົດ​ອື່ນ