ທ່ານນາຍົກລັດຖະມົນຕີ ຮຸ່ງກາຣີ ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

(VOVWORLD) - ວັນທີ 24 ກັນຍາ, ທ່ານນາຍົກລັດຖະມົນຕີ ຮຸ່ງກາຣີ Orban Viktor ແລະ ພັນລະຍາ ເລີ່ມຕົ້ນບັນດາການເຄື່ອນໄຫວ ໃນຂອບເຂດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 24 – 26 ກັນຍາ 2017,
ທ່ານນາຍົກລັດຖະມົນຕີ ຮຸ່ງກາຣີ ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ - ảnh 1 ທ່ານນາຍົກລັດຖະມົນຕີ ຮຸ່ງກາຣີ Orban Viktor  ພາບ: Breitbart/VnExpress

ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ. ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຮຸ່ງກາຣີ Orban Viktor ແນໃສ່ຢືນຢັນນະໂຍບາຍຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີການພົວພັນຫລາຍດ້ານກັບ ຫວຽດນາມ, ນຳການຮ່ວມມື 2 ປະເທດນັບມື້ນັບພັດທະນາຢ່າງມີປະສິດທິຜົນ ແລະ ເລິກເຊິ່ງກ້ວາງຂວາງກ່ວາ. ພ້ອມກັນນັ້ນ, ການຢ້ຽມຢາມແມ່ນໂອກາດ ເພື່ອໃຫ້ 2 ຝ່າຍແລກປ່ຽນບັນດາມາດຕະການຊຸກຍູ້ການຮ່ວມມື 2 ຝ່າຍໃນທຸກຂົງເຂດ, ພິເສດ ແມ່ນບັນດາຂົງເຂດຄື: ເສດຖະກິດ - ການຄ້າ, ການລົງທຶນ, ການສຶກສາ - ກໍ່ສ້າງ, ສາທາລະນະສຸກ…ພ້ອມທັງ ແລກປ່ຽນກ່ຽວກັບບັນດາບັນຫາພາກພື້ນ, ສາກົນຊຶ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ