ທ່ານນາຍົກລັດຖະມົນຕີ ເຈລະຈາກັບປະຊາຄົມວິສາຫະກິດ

ທ່ານນາຍົກລັດຖະມົນຕີ ເຈລະຈາກັບປະຊາຄົມວິສາຫະກິດ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້ຮັບ​ຟັງ​ບັນ​ດາ​ຂໍ້​ສະ​ເໜີ​ຂອງ​ບັນດາ​ວິ​ສາ​ຫະກິດ
(ພາບປະກອບຈາກ ອີນເຕີເນັດ)

(vovworld) - ​​ ວັນ​ທີ 28/04, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ພ້ອມ​ກັບ​ຮອງ​ນາຍົກລັດຖະມົນຕີ 4 ທ່ານ, ລັດຖະມົນຕີ 9 ທ່ານ ​​ແລະ ປະທານຄະນະກຳມະການປະຊາຊົນ 2 ນະຄອນ​ໃຫຍ່​ໄດ້ຮັບ​ຟັງ​ບັນ​ດາ​ຂໍ້​ສະ​ເໜີ​ຂອງ​ບັນດາ​ວິ​ສາ​ຫະກິດ. ຈະ​ມີ​ຜູ້​ແທນ 500 ຄົນ, ​ໃນ​ນັ້ນ ມີ 400 ວິ​ສາ​ຫະກິດ​ພາກ​ເອກະ​ຊົນ, 50 ວິ​ສາ​ຫະກິດ​ທີ່ມີ​ເງິນ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ (FDI), 20 ວິ​ສາ​ຫະກິດ​ຂອງ​ລັດ ​ໄດ້​ເຈລະຈາ​ໂດຍ​ກົງ​ກັບ​ທ່ານ​ນາຍົກລັດຖະມົນຕີກ່ຽວກັບ​ບັນດາ​ບັນຫາ​ກ່ຽວຂ້ອງ​ເຖິງ​ເສດຖະກິດ​ວິ​ສາ​ຫະກິດ. 4 ໝວດ​ຫົວ​ຂໍ້​​ເຊິ່ງແມ່ນ​ຄວາມ​ເອົາ​ໃຈ​ໃສ່​ຕົ້ນ​ຕໍຂອງ​ປະຊາ​ຄົມ​ວິ​ສາ​ຫະກິດຖືກ​ສະ​ເໜີ ​ແລະ ປຶກສາ​ຫາລືທີ່​ກອງ​ປະຊຸມລວມມີ: ວິ​ສາ​ຫະກິດ​ພາກ​ເອກະ​ຊົນກັບ​ການ​ສຳ​ພັດ​ບ້ວງ​ສິນ​ເຊື່ອ​ຂອງທະນາຄານ, ນະ​ໂຍບາຍ​ພາສີ ​ແລະ ການສຳ​ພັດ​ແຫຼ່ງທຶນ​ຜ່ານ​ບັນດາ​ກອງ​ທຶນຄ້ຳ​ປະກັນ, ບັນຫາ​ສຳ​ພັດ​ກັບ​ຕະຫຼາດ ​ແລະ ສຳ​ພັດ​ກັບ​ດິນ​ສະອາດ​ຮັບ​ໃຊ້​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ. ກອງ​ປະຊຸມ​ເພື່ອ​ຈຸດປະສົງ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ຂໍ້​ຕິດ​ຂັດ, ​ແກ້​ໄຂ​ບັນດາ​ຂໍ້​ສະ​ເໜີ​ຂອງ​ວິ​ສາ​ຫະກິດ ​ເພື່ອ​ຊຸກຍູ້​ການ​ຜະລິດ ດຳ​ເນີນ​ທຸລະ​ກິດ, ຍົກ​ສູງ​ປະສິດທິ​ຜົນ​ແຫ່ງ​ການ​ເຄື່ອນ​ໄຫວ, ປະຕິບັດ​ຈຸດໝາຍ, ໜ້າ​ທີ່​ພັດທະນາ​ເສດຖະກິດ​ສັງຄົມ​ທີ່​ໄດ້​ວາງ​ອອກ​ໃນ​ໄລຍະ 2014 – 2015 ຢ່າງ​ມີ​ໄຊ. ຜ່ານ​ເວທີ​ປາ​ໄສ​ນີ້, ປະຊາ​ຄົມ​ວິ​ສາ​ຫະກິດຈະຍົກ​ອອກ​ວິທີ, ສະ​ເໜີ​ຕໍ່​ລັດຖະບານ​ບັນດາ​ມາດ​ຕະການ​ໃໝ່​ທີ່​ມີ​ລັກສະນະ​ເປັນ​ໄປ, ​ເພື່ອ​ແນ​ໃສ່​ສ້າງ​ເງື່ອນ​ໄຂ​ໃຫ້​ວິ​ສາ​ຫະກິດ​ພັດທະນາ​ຢ່າງ​ຂະຫຍັນ​ຂັນ​ເຄື່ອນ ​ແລະ ມີ​ປະສິດທິ​ຜົນ​ກວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ.

ລັດຖະບານ​ສຸມ​ໃສ່​ໜູນ​ຊ່ວຍ​ປະຊາ​ຄົມ​ວິ​ສາ​ຫະກິດ

(vovworld)- ຕອນ​ເຊົ້າວັນ​ທີ 28/4, ຢູ່​ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ເປັນ​ປະທານ​ກອງ​ປະຊຸມ​ລະຫວ່າງ​ລັດຖະບານ ​ແລະ ວິ​ສາ​ຫະກິດ​ເພື່ອ​ແນ່​ໃສ່ຮັບ​ຟັງ​ຄວາມ​ມຸ່ງ​ຫວັງ ​ແລະ ​ແກ້​ໄຂ​ບັນດາ​ຄວາມ​ຫຍຸ້ງຍາກ, ຂໍ້​ຕິດ​ຂັດ​ໃຫ່ຍ, ​ໂດຍ​ສະ​ເພາະ​ແມ່ນ​ກ່ຽວ​ກັບ​ກົນ​ໄກ, ນະ​ໂຍບາຍ ​ເພື່ອ​ແນ​ໃສ່​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ວິ​ສາ​ຫະກິດ​ໃນ​ການ​ຜະລິດ, ດຳ​ເນີນ​ທຸລະ​ກິດ. ກ່າວ​ຄຳ​ເຫັນ​ສະຫລຸບ​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໃຫ້​ຮູ້​ວ່າ: ລັດຖະບານ​ຈະ​ສຸມ​ໃສ່​ສ້າງ​ສະພາ​ບແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ດຳ​ເນີນ​ທຸລະ​ກິດ​ຂອງ​ຫວຽ​ດນາມສຳ​ເລັດ ​ເພື່ອ​ສາມາດ​ແກ້ງ​ແຍ້​ງກັບປະ​ເທດ​ຕ່າງໆ​ໄດ້. ລັດຖະບານ​ຈະ​ສຸມ​ໃສ່​ຊີ້​ນຳ​ຍູ້​ແຮງ​ການ​ປະຕິ​ຮູບ​ດ້ານ​ບໍລິຫານ, ພິ​ເສດ​ແມ່ນ​ລະບຽບ​ການ​ບໍລິຫານ​ກ່ຽວຂ້ອງ​ເຖິງ​ຂົງ​ເຂດ​ຈົດ​ທະບຽນ​ດຳ​ເນີນ​ທຸລະ​ກິດ; ສຳ​ພັດ​ທີ່​ດິນ; ສ້າງ​ລະບຽບ​ການ​ເປັນສົມ​ບູນ​ແບບ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ເນັ້ນໜັກ​ວ່າ:

   “ການ​ປະຕິ​ຮູບ​ລະບຽບພາສີ, ອາກອນ​ມີ​ຄວາມ​ກ້າວໜ້າ​ຫຼາຍ​ຢ່າງ​ແຕ່​ຂ້າພະ​ເຈົ້າ​ເຫັນ​ວ່າ​ຍັງ​ບໍ່​ທັນ​ບັນລຸ​ຄວາມ​ຮຽກຮ້ອງ​ເທື່ອ. ປະຈຸ​ບັນ, ລະບຽບການ​ເສຍ​ພາສີຍັງ​ຫຍຸ້ງຍາກ​ຢູ່. ຖ້າ​ປະຕິບັດ​ການ​ປະຕິ​ຮູບ​ດ້ານ​ບໍລິຫານ ຕ້ອງ​ປະຕິບັດ​ຢ່າ​ງຄົບ​ຊຸດ​ແຕ່​ການນຳລົງ​ຮອດພາລະ​ກອນ…​ເພື່ອ​ໃຫ້​ວິສາ​ຫະກິດ​ໄດ້​ຮັບ​ຄວາມ​ສະດວກ​ສະບາຍ​ກ່ວາ. ຂ້າພະ​ເຈົ້າປາດ​ຖະໜາວ່າ, ບັນດ​າກະຊວງ, ຂະ​ແໜງການ, ທ້ອງ​ຖິ່ນ​ຈົ່ງ​ສຸມ​ໃສ່​ປະຕິບັດ ​ແລະ ບັນດາ​ສະຫະ​ສະມາຄົມ, ວິ​ສາ​ຫະກິດ​ຕ້ອງ​ມີ​ຄວາມ​ຮັບຜິດຊອບ​ລວມ​ເພື່ອ​ສ້າງສາ​ປະ​ເທດ​ຊາດ, ຕ້ອງ​ມີ​ຂໍ້​ສະ​ເໜີ, ປະກອບ​ຄຳ​ເຫັນ​​ເພື່ອ​ໃຫ້ການ​ປະຕິ​ຮູບ​ເປັນສົມ​ບູນ​ແບບ“./.

ຂ່າວ/ບົດ​ອື່ນ