ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເປັນ​ປະ​ທານກອງ​ປະ​ຊຸມ​ຄັ້ງ​ທີ 6 ສະ​ພາ​ ການແຂ່ງ​ຂັນ - ຍ້ອງ​ຍໍ​ ​ສູນ​ກາງ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາສະມາຊິກສະພາຕີລາຄາ ສະພາບຕົວຈິງຂອງ ວຽກງານການແຂ່ງຂັນ, ຍ້ອງຍໍ ຢ່າງພາວະວິໄສ, ຊີ້ໃຫ້ເຫັນຢ່າງຈະແຈ້ງບັນດາໝາກຜົນ, ຜົນສຳເລັດທີ່ບັນລຸໄດ້
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເປັນ​ປະ​ທານກອງ​ປະ​ຊຸມ​ຄັ້ງ​ທີ 6 ສະ​ພາ​ ການແຂ່ງ​ຂັນ - ຍ້ອງ​ຍໍ​ ​ສູນ​ກາງ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ (ພາບ: VGP)

ຕອນເຊົ້າວັນທີ 10 ສິງຫາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ປະທານສະພາການແຂ່ງຂັນ - ຍ້ອງຍໍ ສູນກາງ ອາຍຸການ 2021 – 2026 (ສະພາ), ເປັນປະທານກອງປະຊຸມຄັ້ງທີ 6 ຂອງສະພາ. ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ໃນຊຸມເດືອນຕົ້ນປີນີ້, ເສດຖະກິດປະເທດຊາດເປັນປົກກະຕິ; ການພົວພັນຕ່າງປະເທດ ແລະ ການເຊື່ອມໂຍງເຂົ້າກັບສາກົນໄດ້ຮັບການຍູ້ແຮງ, ສະພາບແວດລ້ອມ ແຫ່ງສັນຕິພາບ, ມີສະຖຽນລະພາບໄດ້ຮັບການຮັກສາ ສ້າງຄວາມສະດວກ ໃຫ້ການພັດທະນາປະເທດຊາດ, ປະກອບສ່ວນເຂົ້າໃນການປັບປຸງການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ ຕໍ່ພັກ, ລັດ. ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ຂະບວນການແຂ່ງຂັນ, ວຽກງານຍ້ອງຍໍ ໄດ້ສົ່ງເສີມ, ເປັນກຳລັງໃຈ, ສ້າງກຳລັງໜູນ, ແຫຼ່ງບັນດານໃຈ, ເສີມຂະຫຍາຍທ່າແຮງ, ເພີ່ມຄວາມໝັ້ນໃຈ ແລະ ແກ້ໄຂບັນດາຄວາມຫຍຸ້ງຍາກ, ຈຸດອ່ອນເພື່ອໃຫ້ທົ່ວປະເທດກ້າວຂຶ້ນ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາສະມາຊິກສະພາຕີລາຄາ ສະພາບຕົວຈິງຂອງ ວຽກງານການແຂ່ງຂັນ, ຍ້ອງຍໍ ຢ່າງພາວະວິໄສ, ຊີ້ໃຫ້ເຫັນຢ່າງຈະແຈ້ງບັນດາໝາກຜົນ, ຜົນສຳເລັດທີ່ບັນລຸໄດ້, ບັນດາຂໍ້ຈຳກັດທີ່ຍັງຄົງຕົວ ແລະ ໄຈ້ແຍກເພື່ອຍົກໃຫ້ເຫັນ ບັນດາສາຍເຫດ, ບົດຮຽນປະສົບການຢ່າງຈະແຈ້ງ, ກຳນົດແຈ້ງ ເປົ້າໝາຍ, ໜ້າທີ່ໃນຊຸມເດືອນຍັງເຫຼືອໃນປີ 2023 ແລະ ວາງອອກມາດຕະການ, ວິທີການແກ້ໄຂ ແນໃສ່ປ່ຽນແປງໃໝ່ກ່ວາເກົ່າ, ຍົກສູງຄຸນນະພາບ ແລະ ປະສິດທິຜົນໃນວຽກງານແຂ່ງຂັນ, ຍ້ອງຍໍ.

ຕອບກັບ

ຂ່າວ/ບົດ​ອື່ນ