ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເປັນ​ປະ​ທານກອງ​ປະ​ຊຸມ​ທາງ​ໄກ ກັບ​ບັນ​ດາ​ທ້ອງ​ຖິ່ນ

(VOVWORLD) - ຕອນເຊົ້າວັນທີ 1 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽນດາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມທາງໄກ ລັດຖະບານ ກັບ 63 ແຂວງ, ນະຄອນ ແລະ ກອງປະຊຸມລັດຖະບານປະຈຳເດືອນ ກັນຍາ ປີ 2022.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເປັນ​ປະ​ທານກອງ​ປະ​ຊຸມ​ທາງ​ໄກ ກັບ​ບັນ​ດາ​ທ້ອງ​ຖິ່ນ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ

ລາຍງານທີ່ກອງປະຊຸມ, ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຫງວຽນຈີຢູງ ໃຫ້ຮູ້ວ່າ, ໃນໄຕມາດທີ III ການເຕີບໂຕບັນລຸກ່ວາ 13,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ໄລ່ລວມ 9 ເດືອນຕົ້ນປີເພີ່ມຂຶ້ນ 8,83% ສູງທີ່ສຸດນັບແຕ່ປີ 2011 ມາຮອດປັດຈຸບັນ, ອັນໄດ້ນຳຫວຽດນາມ ກາຍເປັນປະເທດມີການເຕີບໂຕໄວທີ່ສຸດຂອງພາກພື້ນ, ມີການເຕີບໂຕດໂດຍຟື້ນຟູໃນທັງ 3 ຂົງເຂດ, ໃນນັ້ນມີຂົງເຂດການຄ້າ, ການທ່ອງທ່ຽວ ໄດ້ຟື້ນຟູໂດຍໄວ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊີ້ແຈ້ງວ່າ:

        9 ເດືອນຜ່ານມາ, ສະພາບການໂລກ ແລະ ພາກພື້ນມີການຜັນແປໄວ, ຜິດປົກກະຕິ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ບໍ່ເຄີຍມີມາກ່ອນ, ນັບທັງບັນຫາໄພທຳມະຊາດ, ພາຍຸນ້ຳຖ້ວມ ກໍ່ຜິດປົກກະຕິ, ສັບສົນ. ເຖິງຢ່າງໃດກໍ່ຕາມ, 9 ເດືອນຜ່ານມາ, ພວກເຮົາໄດ້ປະຕິບັດສຳເລັດບັນດາເປົ້າໝາຍໃຫຍ່ທີ່ໄດ້ວາງອອກ, ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄຸ້ມຄອງໄພເງິນເຟີ້, ຊຸກຍູ້ການເຕີບໂຕ, ຮັບປະກັນບັນດາດຸ່ນດ່ຽງໃຫຍ່, ຍົກສູງຊີວິດດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ, ຮັກສາເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການເມືອງມີສະຖຽນລະພາບ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ປະຕິບັດວຽກງານການຕ່າງປະເທດເປັນຢ່າງດີ, ເໝາະສົມກັບສະພາບການສາກົນ.

        ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍ່ຮຽກຮ້ອງຕ້ອງເອົາໃຈໃສ່ພັດທະນາບັນດາຂົງເຂດວັດທະນະທຳ, ສະພາບແວດລ້ອມດ້ານວັດທະນະທຳ, ການດຳເນີນຊີວິດດ້ານວັດທະນະທຳຢ່າງຮອບດ້ານ ແລະ ຄົບຊຸດ, ເອົາໃຈໃສ່ເຖິງການພັດທະນາວັດຖະນະທຳ ທຽບເທົ່າກັບເສດຖະກິດ, ສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ