ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ​ຍົກ​ສູງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ ຫວຽດ​ນາມ

(VOVWORLD) -ທ່ານ ນາຍົກລັດຖະມົນຕີ ປຣະຢຸດ ຈັນໂອຊາ ໄດ້ຢັ້ງຢືນວ່າ ໄທຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນ ກັບ ຫວຽດນາມ ໃນການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ ເພື່ອຜົນປະໂຫຍດຂອງ ທັງສອງປະເທດ
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ​ຍົກ​ສູງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ ຫວຽດ​ນາມ - ảnh 1ທ່ານ ເອກອັກຄະລັດຖທູດຜູ້ມີອຳນາດເຕັມແຫ່ງ ສສ.ຫວຽດນາມ ປະຈຳ ໄທ ຟານຈີ້ແທັງ ເຂົ້າຢ້ຽມຂ່ຳນັບທ່ານ ພົນເອກ ປຣະຢຸດ ຈັນໂອຊາ ນາຍົກລັດຖະມົນຕີ ໄທ (ພາບ:  baoquocte.vn)

ຕອນບ່າຍວັນທີ 22 ມີນາ, ທ່ານ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສສ.ຫວຽດນາມ ປະຈຳ ໄທ ຟານຈີ້ແທັງ ໄດ້ເຂົ້າຢ້ຽມຂ່ຳນັບທ່ານ ພົນເອກ ປຣະຢຸດ ຈັນໂອຊາ, ນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງປ້ອງກັນຊາດ ໄທ, ເນື່ອງໃນໂອກາດເລີ່ມຕົ້ນອາຍຸການປະຕິບັດໜ້າທີ່. ທີ່ການຕ້ອນຮັບ, ທ່ານ ນາຍົກລັດຖະມົນຕີ ປຣະຢຸດ ຈັນໂອຊາ ໄດ້ຢັ້ງຢືນວ່າ ໄທຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນ ກັບ ຫວຽດນາມ ໃນການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ ເພື່ອຜົນປະໂຫຍດຂອງ ທັງສອງປະເທດ, ທ່ານກໍ່ສະເໜີໃຫ້ສອງປະເທດສືບຕໍ່ຜັນຂະຫຍາຍບັນດາກົນໄກຮ່ວມມືສອງຝ່າຍຄືກອງປະຊຸມຄະນະລັດຖະບານລວມຄັ້ງທີ 4 (JCR) ແລະ ລົງນາມໂຄງການເຄື່ອນໄຫວຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ໄທ ໄລຍະ 2021 – 2025. ໃນຂົງເຂດເສດຖະກິດ, ທ່ານ ນາຍົກລັດຖະມົນຕີ ປຣາຢຸດ ຈັນໂອຊາ ໄດ້ສະເໜີໃຫ້ຫວຽດນາມ ສະໜັບສະໜູນ ໄທ ເພື່ອປະຕິບັດບົດບາດເປັນປະທານ APEC ໃນປີ 2022 ໃຫ້ເປັນຢ່າງດີ.

        ສ່ວນທ່ານ ເອກອັກຄະລັດຖະທູດ ຟານຈີ໊ແທັງ ໄດ້ຢັ້ງຢືນວ່າ ຈະສົມທົບກັບບັນດາອົງການ, ກະຊວງ, ຂະແໜງການ ຂອງໄທ ເພື່ອຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ໄທ ສືບຕໍ່ເຂົ້າສູ່ລວງເລິກ, ສະເໜີໃຫ້ສອງຝ່າຍສົ່ງເສີມການແລກປ່ຽນກ່ຽວກັບນະໂຍບາຍສ້າງເງື່ອນໄຂສະດວກໃຫ້ການເຂົ້າ - ອອກ ເມືອງ, ການເດີນທາງໄປມາລະຫວ່າງສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ