ທ່ານນາຍົກລັດຖະມົນຕີຟ້າມມິງຈິງໄປສຳຫລວດບາງກິດຈະກຳ,ໂຄງການກໍ່ສ້າງພື້ນຖານໂຄງລ່າງ,ອຸດສາຫະກຳໃຫຍ່ຢູ່ບິ່ງດິ້ງ

(VOVWORLD) -ຕອນເຊົ້າວັນທີ 4 ກຸມພາ, ຢູ່ ແຂວງບິ່ງດິ້ງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມກັບຄະນະປະຕິບັດງານຂອງລັດຖະບານ ໄດ້ລົງກວດກາບາງໂຄງການຈຸດສຸມ ແລະ ເຂົ້າຮ່ວມພິທີເປີດສະຫລອງໂຄງການກໍ່ສ້າງເສັ້ນທາງແຄມທະເລຢູ່ບໍລິເວນແຂວງ.

ທ່ານນາຍົກລັດຖະມົນຕີຟ້າມມິງຈິງໄປສຳຫລວດບາງກິດຈະກຳ,ໂຄງການກໍ່ສ້າງພື້ນຖານໂຄງລ່າງ,ອຸດສາຫະກຳໃຫຍ່ຢູ່ບິ່ງດິ້ງ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກວດກາໂຄງການກໍ່ສ້າງທ່າອາກາດສະຍານ ຟູ່ກາດ ແລະໂອ້ລົມກັບພະນັກງານ, ນັກຮົບປ້ອງກັນອາກາດ 925

ເມື່ອກວດກາໂຄງການກໍ່ສ້າງທ່າອາກາດສະຍານ ຟູ່ກາດ, ທ່ານນາຍົກລັດຖະມົນຕີ ສະເຫນີ ກະຊວງຄົມມະນາຄົມຂົນສົ່ງ ເປັນເຈົ້າພາບ, ສົມທົບກັບບັນດາອົງການກ່ຽວຂ້ອງ ແລະ ແຂວງ ບິ່ງດິ້ງ ສ້າງການວາງແຜນຜັງທ່າອາກາດສະຍານ ຟູ່ກາດໃຫ້ສຳເລັດໂດຍໄວ, ເປັນເຈົ້າການໃນການຮຽກຮ້ອງ, ສົ່ງເສີມນັກລົງທຶນເຂົ້າຮ່ວມໂຄງການກ່່ໍ່ສ້າງທ່າອາກາດສະຍານ ຟູ່ກາດ.

ຕໍ່ຈາກນັ້ນ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຕັດແຖບຜ້າເປີດສະເຫລອງໂຄງການກໍ່ສ້າງເສັ້ນທາງແຄມທະເລເຊື່ອມຕໍ່ເສັ້ນທາງແຄມທະເລ ແຂວງ ກວ໋າງຫງາຍ ຢູ່ ຕາແສງ ຕາມກວານບັກ ເທດສະບານ ຮ່ວາຍເຍີນ. ທ່ານນາຍົກລັດຖະມົນຕີ ເນັ້ນຫນັກ: ເສັ້ນທາງນີ້ ຈະຊ່ວຍຂຸດຄົ້ນ ນຳໃຊ້ຊັບພະຍາກອນທະເລ ແລະ ເຂດແຄມທະເລຢ່າງມີປະສິດທິຜົນ,ຮັບໃຊ້ການພັດທະນາເສດຖະກິດ ສັງຄົມຂອງບັນດາທ້ອງຖິ່ນມີທະເລ, ເພີ່ມທະວີການປັບປຸງການປ້ອງກັນຊາດ ປ້ອງກັນຄວາມສະຫງົບ ເພື່ອແນໃສ່ປົກປັກຮັກສາອະທິປະໄຕຂອງປະເທດຊາດໃຫ້ໝັ້ນຄົງຫນັກແຫນ້ນ.

ແລະກໍ່ໃນຕອນເຊົ້າວັນດຽວກັນ,  ທ່ານນາຍົກລັດຖະມົນຕີ ໄດ້ໄປສຳຫລວດກວດກາເຂດອຸດສາຫະກຳ -ເຂດຕົວເມືອງ ແລະ ບໍລິການ Becamex VSIP ບິ່ງດິ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ