ທ່ານນາຍົກລັດຖະມົນຕີລາວ ທອງສິງທຳມະວົງຢ້ຽມຢາມ ຫວຽດນາມ

ທ່ານນາຍົກລັດຖະມົນຕີລາວ ທອງສິງທຳມະວົງຢ້ຽມຢາມ ຫວຽດນາມ - ảnh 1
ທ່ານ​ນາຍົກລັດຖະມົນຕີລາວ ທອງ​ສິງ​ທຳ​ມະ​ວົງ
(ພາບ:internet)

   ( vovworld ) - ​ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີ້​ນຢຸ້ງ, ທ່ານ​ນາຍົກລັດຖະມົນຕີລາວ ທອງ​ສິງ​ທຳ​ມະ​ວົງ​ ​ໄດ້​ມາ​ຢ້ຽມຢາມ​ແຂວງ ກອນ​ຕຸ​ມ, ຢາ​ລາຍ ​ແລະ ບິງ​ດິ້ງ ​ແຕ່​ວັນ​ທີ 23-26 ກຸມພາ. ຕອນ​ເຊົ້າ​ວັນ​ທີ່ 23 ກຸມພາຢູ່​ນະຄອນ​ກອນ​ຕຸ​ມ, ​​ໂດຍ​ຕາງໜ້າ​ໃຫ້ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີ້​ນຢຸ້ງ, ທ່ານຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ​ໄດ້​ຕ້ອນຮັບ ​ແລະ ພົບ​ປະ​ກັບ​ກັບ​ທ່ານ​ນາຍົກລັດຖະມົນຕີລາວ ທອງ​ສິງ​ທຳ​ມະ​ວົງ​. ທ່ານ​ນາຍົກລັດຖະມົນຕີລາວ ທອງ​ສິງ​ທຳ​ມະ​ວົງ​ ​ແລະ ທ່ານຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ​ໄດ້​ສະ​ແດງ​ຄວາມ​ເພິ່ງ​ພໍ​ໃຈ​ຕໍ່ໜ້າ​ສາຍ​ພົວພັນ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບ​ດ້ານລະຫວ່າງ​ຫວຽດນາມ-ລາວ​ນັບ​ມື້​ໄດ້​ຮັບ​ການ​ປັບປຸງ ​ແລະ ​ເພີ່​ມ ທະວີ​ໃຫ້​ດີ​ຍິ່ງໆ​ຂຶ້ນ. 2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ຈະ​ຕັ້ງໜ້າ​ປະຕິບັດ​ບັນດາ​ສັນຍາ​ຂັ້ນ​ສູງ, ໝາກຜົນ​ຂອງ​ກອງ​ປະຊຸມ​ຄັ້ງ​ທີ 34 ຄະນະ​ກຳມາທິການ​ລະ​ຫວ່າງ ລັດຖະບານ, ​ເສີມ​ຂະຫຍາຍ​ບັນດາ​ກົນ​ໄກ​ຮ່ວມ​ມື​ທີ່​ມີ​ມາ​ແລ້ວ ​ເພື່ອ​ໃຫ້ການ​ຮ່ວມມື​ດ້ານ​ເສດຖະກິດ​ລະຫວ່າງ 2 ປະ​ເທດ​ເຂົ້າ​ສູ່​ລວງ​ເລິກ ​ມີ​ປະສິດທິ​ຜົນ ແລະ ​ແທດ​ຈິງ.

ທ່ານນາຍົກລັດຖະມົນຕີລາວ ທອງສິງທຳມະວົງຢ້ຽມຢາມ ຫວຽດນາມ - ảnh 2
( ທ່ານ​ນາຍົກລັດຖະມົນຕີ​ລາວ ທອງ​ສິງ ທຳ​ມະ​ວົງ ແລະ
ທ່ານຮອງ​ນາ​ຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸ໋ກ )
 (ພາບ: baodientu.chinhphu.vn )

ທີ່​ການ​ຕ້ອນຮັບທ່ານ​ນາຍົກລັດຖະມົນຕີ​ແຫ່ງ ສປປລາວ ທອງ​ສິງ ທຳ​ມະ​ວົງ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ແຫ່ງ ສປປລາວ ທີ່​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກຢູ່​ແຂວງ ຢາ​ລາຍ, ທ່ານ​ຮອງ​ນາ​ຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸ໋ກ ​ໄດ້​ເນັ້ນ​ໜັກ​ວ່າ, ບັນດາ​ສະມາຊິກ​ຂອງ​ຄະນະ​ຜູ້​ແທນ​ແຫ່ງ ສສ ຫວຽດນາມ ​ແລະ ການ​ນຳ​ແຂວງ ຢາ​ລາຍ ຄວນແບ່ງປັນ​ບັນດາ​ຄວາມ​ຫຍຸ້ງຍາກ ​ແລະ ຂໍ້​ສະດວກ​ໃນ​ການ​ກໍ່ສ້າງ ​ແລະ ພັດທະນາ​ເສດຖະກິດ​ຂອງ​ປະ​ເທດ​ຊາດກໍ​ຄືຂອງ​ທ້ອງ​ຖີ່​ນ, ຜ່ານ​ນັ້ນ​ສ້າງສາຍພົວພັນ​ອັນ​ສະໜິດ​ແໜ້ນ ​ແລະ ບົນ​ພື້ນຖານ​ນັ້ນ​ພ້ອມ​ກັນ​ຊ່ວຍ​ເຫຼືອ​​ເຊິ່ງກັນ ​ແລະ ກັນ​ເພື່ອ​ພ້ອມ​ກັນ​ພັດທະນາ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸ໋ກ ​ໄດ້​ເນັ້ນ​ໜັກ​ວ່າ.

“ ການ​ຢ້ຽມຢາມ​ຄັ້ງ​ນີ້​ ແມ່ນ​ເພື່ອ​ແນ​ໃສ່​ແລກປ່ຽນບົດຮຽນ, ​ຫວຽດນາມ ກໍ​ຮຳ່ຮຽນ​ເອົາ​ບົດຮຽນ​ທີ່​ມີຄຸນຄ່າ​ຂອງ​ລາວ ​ໃນ​ວິວັດ​ແຫ່ງ​ການ​ພັດທະນາ​ປະ​ເທດ​ຊາດ. ຫວຽດນາມ ກໍ​ແລກປ່ຽນ​ບົດຮຽນ​ຂອງ​ຕົນ​ໃນ​ການ​ປະຕິບັດ ຕົວ​ຈິງ​ເພື່ອ​ພັດທະນາ​ປະ​ເທດ​ຊາດ. ພິ​ເສດ​ແມ່ນ​ບັນດາ​ແຂວງ​ເຂດ ​ໄຕ​ງວຽນ ກໍມີ​ເງື່ອນ​ໄຂ​ຄື​ກັບປະ​ເທດລາວ ອ້າຍ​ນ້ອງ​. ຂ້າພະ​ເຈົ້າ​ສະ​ເໜີ​ວ່າ ນອກຈາກ​ບົ​ດລາຍ​ງານ​ໂດຍ​ກົງ​ຂອງ​ສະຫາຍ ຟ້າ​ມ​ເທ​໋ຢຸງ, ປະທານຄະນະກຳມະການປະຊາຊົນ​ແຂວງ ຢາ​ລາຍ ​ແລ້ວ, ພວກ​​ເຮົາ​ຈະ​ມີ​ບັນດາ​ການ​ແລກປ່ຽນ, ​ໂອ້​ລົມ, ຕັ້ງ​ຄຳ​ຖາມ​ເຊິ່ງກັນ ​ແລະ ກັນ​ເພື່ອ​ສາມາດ​​ແກ້​ໄຂ​ໂດຍ​ກົງ, ຍົກ​ອອກ​ບັນດາ​ບົດຮຽນ ​ແລະ ວິທີ​ການທີ່​ດີ. ”

ສ່ວນທ່ານນາຍົກລັດຖະມົນຕີລາວ ທອງ​ສິງ ທຳ​ມະ​ວົງ ​​ເວົ້າ​ວ່າ.

“ ຂ້າພະ​ເຈົ້າ​ມີ​ຄວາມ​ພາກພູມ​ໃຈ ​ແລະ ​ເປັນ​ກຽດ​ທີ່​ໄດ້​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ ຢາ​ລາຍ. ຄະນະ​ຜູ້​ແທນ​ຂອງ​ພວກ​ຂ້າພະ​ເຈົ້າ​ມາ​ຢ້ຽມຢາມ​ຄັ້ງ​ນີ້​ແມ່ນ​ເພື່ອ​ຮຳ່ຮຽນ​​ເອົາບົດຮຽນ​ພັດທະນາ​ເສດຖະກິດ. ຜ່ານ​ນັ້ນ, ຂ້າພະ​ເຈົ້າ​ກໍ​ຮູ້​ວ່າ ແຂວງ ຢາ​ລາຍ ​ມີ​ຄວາມສູ້​ຊົນ​ມານະ​ພະຍາຍາມ​ ​ແລະ ບັນດາ​ສະຫາຍ​ການ​ນຳ​ແຂວງ​ໄດ້​ຊີ້​ນຳ​ການ​ຈັດ​ຕັ້ງປະຕິບັດບັນດາ​ແຜນ​ນະ​ໂຍບາຍ​, ​ນະ​ໂຍບາຍ​ຂອງ​ພັກ​ ແລະ​ ລັດ​ເປັນ​ຢ່າງ​ດີ. ​ໃນ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກຢູ່​ແຂວງ ຢາ​ລາຍ, ອີກ​ຄັ້ງ​ໜື່ງ ຕາງ​ໜ້າ​ໃຫ້​ພັກ ​ແລະ ລັດ ລາວ ພວກ​ຂ້າພະ​ເຈົ້າ​ສະ​ແດງ​ຄວາມ​ຮູ​້ບຸນຄຸນຕໍ່​ພັກ, ລັດ ​ແລະ ລັດຖະບານ​ຫວຽ​ດນາມ ​ເວົ້າ​ລວມ ​ແລະ ພິ​ເສດ​ແມ່ນ​ອຳນາດ​ການ​ປົກຄອງ​ແຂວງ ຢາ​ລາຍ​ ເວົ້າ​ສະ​ເພາະທີ່ໄດ້​​ໃຫ້ການຮ່ວມ​ມື, ຊ່ວຍ​ເຫຼືອ​ພວກ​ຂ້າພະ​ເຈົ້າ​ໃນ​ໄລຍະ​ທີ່​ຜ່ານ​ມາ.”

ຂ່າວ/ບົດ​ອື່ນ